ຖືເປັນການຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຊາວໜຸ່ມອາສາສະໝັກແຂວງຈຳປາສັກ ໄດ້ຮ່ວມກັນເຮັດອຸປະກອນກັນລະອອງຈາກການໄອ, ຈາມ ແລະ ນ້ຳລາຍ ຈາກເຊື້ອພະຍາດໂຄວິດ-19 ເພື່ອນຳໄປແຈກຢາຍໃຫ້ກຸ່ມສ່ຽງທີ່ຈະຕິດເຊື້ອພະຍາດ ຢູ່ບັນດາສູນກັກກັນ, ໂຮງໝໍ ແລະ ສະຖານທີ່ຕ່າງໆທີ່ມີຄວາມສ່ຽງຕິດເຊື້ອດັ່ງກ່າວ.
ໃນວັນທີ 20 ເມສາ 2020 ທີ່ສະໂມສອນຂອງແຂວງ, ຄະນະບໍລິຫານງານຊາວຫນຸ່ມແຂວງຈຳປາສັກໄດ້ຮ່ວມກັນເຮັດອຸປະກອນກັນລະອອງຈາກການໄອ,ຈາມ ແລະ ນ້ຳລາຍ ເພື່ອຕ້ານພະຍາດໂຄວິດ-19 ຈຳນວນ 5.000 ອັນ ເພື່ອນຳໄປແຈກຢາຍໃຫ້ກຸ່ມສ່ຽງທີ່ຈະຕິດພະຍາດດັ່ງກ່າວ ໃນສູນກັກກັນ ແລະ ໂຮງຫມໍ, ເຊິ່ງນຳພາໂດຍ ທ່ານ ຄຳສີ ຫລິນສະຫວາດ ເລຂາຄະນະບໍລິຫານງານຊາວຫນຸ່ມແຂວງຈຳປາສັກພ້ອມສະມາຊິກຊາວໜຸ່ມອາສາສະໝັກຈາກຮາກຖານ ແລະ ໜ່ວຍຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມ.