ການປິດປະເທດກະທົບການຂົນສົ່ງສະເທື່ອນຄວາມໝັ້ນຄົງອາຫານໂລກ

69

ມາດຕະການປິດເມືອງປິດປະເທດທີ່ຫຼາຍໆປະເທດໃຊ້ເພື່ອຈໍາກັດການລະບາດຂອງໂຄວິດ-19ເຮັດໃຫ້ເສດຖະກິດເກືອບທຸກພາກສ່ວນມີບັນຫາໜຶ່ງໃນນັ້ນຄືທ່າເຮືອທີ່ເປັນເສັ້ນເລືອດສໍາຄັນໃນການຂົນສົ່ງສິນຄ້າໂດຍສະເພາະອາຫານເຊິ່ງການທີ່ທ່າເຮືອໃນບາງປະເທດບໍ່ສາມາດເຮັດວຽກໄດ້ເຕັມທີ່ເຮັດໃຫ້ການຂົນສົ່ງສິນຄ້າຊັກຊ້າ ແລະ ສ່ຽງຈະກະທົບຕໍ່ຄວາມໝັ້ນຄົງທາງອາຫານທົ່ວໂລກ.

ທ່າເຮືອຂົນສິ່ງສິນຄ້າຂອງຫຼາຍປະເທດເກີດບັນຫາຈໍານວນແຮງງານທີ່ຫຼຸດລົງຫຼາຍເນື່ອງຈາກການພັກວຽກຕາມມາດຕະການປິດເມືອງ ແລະ ບາງປະເທດແຮງງານກໍພັກວຽກປະທ້ວງເພາະຢ້ານຕິດໂຄວິດ-19ຫຼັງຈາກມີເພື່ອນຮ່ວມງານຕິດພະຍາດດັ່ງກ່າວເພີ່ມສູງຂຶ້ນ.

ສະຖານະການດັ່ງກ່າວເຮັດໃຫ້ສິນຄ້າຕົກຄ້າງຢູ່ຕາມທ່າເຮືອຈໍານວນຫຼາຍເຊັ່ນທ່າເຮືອໃນອິນເດຍ,ຟີລິບປິນ ແລະ ອີກຫຼາຍປະເທດທີ່ກໍາລັງມີບັນຫາສິນຄ້າຕົກຄ້າງຈາກມາດຕະການປິດເມືອງເຮັດໃຫ້ບໍ່ສາມາດຂົນສົ່ງສິນຄ້າໄດ້.

ການຢຸດກະທັນຫັນຂອງທ່າເຮືອຍັງສົ່ງຜົນກະທົບຕໍ່ຫ່ວງໂສ້ການຂົນສົ່ງສິນຄ້າປະເພດອາຫານໄປທົ່ວໂລກເຊັ່ນຢູ່ອິນເດຍເຊິ່ງເປັນແຫຼ່ງແປຮູບອາຫານສໍາຄັນຂອງໂລກ,ການປິດເມືອງຫຼືປິດປະເທດເປັນເວລາ21ມື້ຂອງລັດຖະບານອິນເດຍກໍາລັງສົ່ງຜົນກະທົບຕໍ່ອຸດສາຫະກໍາແປຮູບອາຫານຢ່າງໜັກ.