ມາສເຕີ 7 ເອັຟຊີ ສືບຕໍ່ຝຶກຊ້ອມຢູ່ເຮືອນ, ສ່ວນ ແກ້ວວຽງເພັດ ຖອດເຝຶອກຫຸ້ມຂາອອກແລ້ວ ຫຼັງຈາກຂາຫັກ

278

ດັ່ງທີ່ຮູ້ໄລຍະນີ້ທົ່ວໂລກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ເຊັ່ນດຽວກັບວົງການກີລາລາວ ກໍໄດ້ຮັບຜົນກະທົບຢ່າງໜັກ ເຮັດໃຫ້ການຝຶກຊ້ອມ ແລະ ການແຂ່ງຂັນລາຍການຕ່າງໆຕ້ອງຖືກໂຈະ ແລະ ເລື່ອນການແຂ່ງຂັນອອກໄປ. ຢ່າງໃດກໍຕາມ ມາສເຕີ 7 ເອັຟຊີ ຮອງແຊັມເປບຊີ ລາວພຣີິເມຍລີກ ຍັງສືບຕໍ່ຝຶກຊ້ອມຢ່າງຕໍ່ເນື່ອງ ໂດຍການຝຶກຊ້ອມໄລຍະນີ້ແມ່ນເນັ້ນຝຶກດ້ານພາລະກໍາລັງຢູ່ເຮືອນໃຜເຮືອນລາວ.

ກ່ອນໜ້ານີ້ ມາສເຕີ 7 ເອັຟຊີ ລົງສະໜາມຮອບເພລອ໊ອຟ ໃນນັດທີ 2 ລາຍການ ເອເອັຟຊີ ຄັບ 2020 ເມື່ອວັນທີ 29 ມັງກອນ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ເສຍໃຫ້ກັບ PREAH KHAN REACH SVAY RIENG FC ແຊັມລີກສູງສຸດຂອງປະເທດກໍາປູເຈຍ 0-3 ເຮັດໃຫ້ SVAY RIENG FC ເອົາຊະນະ ມາສເຕີ 7 ເອັຟຊີ 7-1 ຈາກຜົນລວມ 2 ນັດ ( ນັດທໍາອິດຊະນະ 4-1 ແລະ ນັດທີ 2 ຊະນະ 3-0 ) ເຮັດໃຫ້ ມາສເຕີ 7 ຕົກຮອບໄປ. ຢ່າງໃດກໍຕາມ ມາສເຕີ 7 ກໍຝຶກຊ້ອມຢ່າງຕໍ່ເນື່ອງ ເພື່ອກຽມພ້ອມລຸຍ ເປບຊີ ລາວພຣີເມຍລີກ ລະດູການ 2020.

ຄວາມເຄື່ອນໄຫວຫຼ້າສຸດຂອງ ມາສເຕີ 7 ເອັຟຊີ ໃນການກະກຽມເຂົ້າຮ່ວມແຂ່ງຂະລະດູການໃໝ ຫຼ້າສຸດ ທ່ານ ບຸນຖະໜອມ ສີຫາລາດ ຜູ້ຈັດການທີມເປີດເຜີຍໃນອາທິດທີ່ຜ່ານມາວ່າ: ປັດຈຸບັນ ນັກກິລາຂອງສະໂມສອນແມ່ນໄດ້ຝຶກຊ້ອມດ້ານພາລະກໍາລັງໃຫ້ແຂ່ງແຮງ ໂດຍສະເພາະການອອກກໍາລັງກາຍ (Fitness) ຢູ່ທີ່ເຮືອນຂອງແຕ່ລະຄົນເປັນສ່ວນໃຫຍ່ເຊັ່ນການ: ວິດພື້ນ, ເອົາກ້າມທ້ອງ, ແລ່ນ ແລະ ອື່ນໆ, ສ່ວນຜູ້ຮັກສາປະຕູເຊິ່ງເປັນຄົນຍີ່ປຸ່ນ ກໍຍັງໄປຝຶກຊ້ອມຢູ່ສະໜາມ ສ່ວນອາການບາດເຈັບຂາຂອງ ແກ້ວວຽງເພັດ ລິດທິເດດ ປະຈຸບັນນີ້ດີຂຶ້ນ ແລະ ກໍໄດ້ຖອດເຝຶອກຫຸ້ມຂາອອກແລ້ວ ຄາດວ່າຫຼັງປີໃໝ່ຈະສາມາດຊ້ອມເບົາໆໄດ້ແລ້ວ.

ຂະນະທີ່ ແກ້ວວຽງເພັດ ຫົວໜ້າທີມເປີດເຜີຍວ່າ: ກ່ອນໜ້ານີ້ຂ້າພະເຈົ້າໄດ້ປະສົບອຸບັດຕິເຫດທາງລົດຍົນ ໃນເດືອນກຸມພາ 2020 ເຮັດໃຫ້ດູກແຕກຢູ່ເບື້ອງຂວາ ເຮັດໃຫ້ຕ້ອງໄດ້ເຂົ້າໂອບແປ້ງ ໄລຍະ 2 ເດືອນ. ຢ່າງໃດກໍຕາມມາຮອດປັດຈຸບັນ, ແມ່ນອາການດີຂຶ້ນແລ້ວ ແລະ ໄດ້ຖອດເຝືອກອອກແລ້ວ ສາມາດຍ່າງໄດ້. ຢ່າງໃດກໍຕາມ ຄາດວ່າເດືອນມິຖຸນາ ຈະສາມາດຝຶກຊ້ອມໄດ້ ແລະ ປັດຈຸບັນອ້າຍນ້ອງທຸກຄົນແມ່ນໄດ້ຝຶກຊ້ອມຢູ່ເຮືອນໃຜເຮືອນລາວຕາມປົກກະຕິ.

ສຳລັບ ມາສເຕີ 7 ເອັຟຊີ ລົງສະໜາມ 15 ນັດຊະນະ 9 ນັດ, ສະເໝີ 2 ແລະ ເສຍ 4 ນັດມີ 29 ຄະແນນຄວ້າຮອງແຊັມ ເປບຊີ ລາວພຣີເມຍລີກ 2019 ຕາມຫຼັງ ລາວໂຕໂຢຕ້າ ເອັຟຊີ ແຊັມຢູ່ 8 ຄະແນນ. ຂະນະທີ່ການແຂ່ງຂັນບານເຕະ ເປບຊີ ລາວພຣີເມຍລີກ 2020 ເລື່ອນມື້ເປີດການແຂ່ງຂັນຕາມກຳນົດເວລາເດີມໃນວັນທີ 25 ເມສາ 2020 ອອກໄປຈົນກວ່າສະພາບການລະບາດຂອງ ໂຄວິດ ຈະຢຸດຕິ ແລະ ສະພາບການກັບສູ່ພາວະປົກກະຕິ.
(ຂ່າວ: ຄໍາສອນ; ຮູບ: ສອນໄຊ)