ຕ່າຍ ອາກາດ ມີວິທີໃນການປ້ອງກັນຕົນເອງແນວໃດຈາກພະຍາດໂຄວິດ – 19

298

ເຈົ້າຂອງຜົນງານເພງ “ ພາບເຄື່ອນໄຫວ ” ໜຸ່ມ ຕ່າຍ ອາກາດ ທີ່ໄດ້ນັກຮ້ອງສຽງທີ່ມີພະລັງມາຮ້ອງຮ່ວມຄື ໜຸ່ມ ໂອເລ້ ແບຼັກອາຍ ແລະ ກໍາລັງເປັນກະແສມາແຮງໃນປັດຈຸບັນ ເຊິ່ງ ໜຸ່ມ ຕ່າຍ ອາກາດ ກໍໄດ້ແນະນໍາວິທີໃນການຮັກສາສຸຂະພາບໃຫ້ຫ່າງຈາກພະຍາດໂຄວິດ – 19 ທີ່ກໍາລັງລະບາດໃນທົ່ວໂລກເພື່ອຄວາມປອດໄພຂອງຕົວເອງ ແລະ ຄອບຄົວ.

ຕ່າຍ ອາກາດ ນັກຮ້ອງ ແລະ ນັກສະແດງ ໃຫ້ສໍາພາດວ່າ: ກ່ອນອື່ນຕ້ອງຝຶກຕົນເອງໃຫ້ລຶ້ງກັບການກັກຕົວຢູ່ເຮືອນ, ແນ່ນອນວ່າໄລຍະທໍາອິດອາດຈະຢູ່ຍາກຍ້ອນຄວາມບໍ່ຊິນເຄີຍ, ວຽກງານ ແລະ ສັງຄົມທີ່ຕ້ອງໄດ້ພົບປະອາດເປັນສິ່ງທີ່ເຮັດໃຫ້ເຮົາບໍ່ຢາກຢູ່ເຮືອນ, ແຕ່ເຮົາຕ້ອງເລືອກເຮັດໃນສິ່ງທີ່ມັນຖືກຕ້ອງ ເພາະຕ້ອງມີຄວາມຮັບຜິດຊອບປະຕິບັດພັນທະຕໍ່ສັງຄົມຄືການກັກຕົວຢູ່ເຮືອນເບິ່ງແຍງຕົນເອງ, ຄອບຄົວ ແລະ ບໍ່ຈຳເປັນກໍບໍ່ອອກໄປໃສຈະດີທີ່ສຸດ.

ສຳລັບການແນະນຳຄົນອ້ອມຂ້າງ ແລະ ສັງຄົມແມ່ນການຮັບຮູ້ຂໍ້ມູນຈາກກະຊວງສາທາລະນະສຸກແນະນຳເປັນຫຼັກ ລວມທັງສື່ທີ່ເປັນທາງການໃນການບອກຕໍ່ ແລະ ແນະນຳຄົນໃກ້ຕົວ ຫຼື ຜູ້ທີ່ຍັງບໍ່ທັນຮູ້ຂໍ້ມູນຈະແຈ້ງ. ນອກຈາກນີ້, ອອກເຮືອນຕ້ອງໃຊ້ຜ້າອັດປາກ, ລ້າງມືໃສ່ສະບູຕະຫຼອດ, ໃຊ້ເຈລຂ້າເຊື້ອທຸກຄັ້ງເວລາສຳຜັດສິ່ງຂອງ ຫຼື ບຸກຄົນອື່ນ, ຢູ່ຫ່າງຈາກຄົນອື່ນ ແລະ ສຸດທ້າຍຖ້າເຮັດໄດ້ເຮົາກໍບໍ່ຕ້ອງກັງວົນຫຍັງຫຼາຍເກີນໄປພຽງແຕ່ຢູ່ເຮືອນ.

ນອກນີ້, ກໍຕ້ອງຮັກສາສຸຂະພາບຕົນເອງໃຫ້ແຂງແຮງ ເປັນຕົ້ນແມ່ນການອອກກຳລັງກາຍ, ດື່ມນໍ້າອຸ່ນໃສ່ນໍ້າໝາກນາວ, ກິນອາຫານຮ້ອນ ແລະ ນອນພັກຜ່ອນໃຫ້ພຽງພໍ ຫຼື ຢ່າງໜ້ອຍຕ້ອງ 7 ຊົ່ວໂມງ.

ສຸດທ້າຍ, ຂໍຝາກເຖິງທຸກຄົນໃຫ້ມີສະຕິຢ່າຖືເບົາເກີນໄປໃຫ້ເອົາໃຈໃສ່ຕິດຕາມສັງເກດອາການຂອງຕົນເອງ, ເບິ່ງແຍງສຸຂະພາບປະຕິບັດຕາມຄຳແນະນຳຂອງກະຊວງສາທາລະນະສຸກ ກໍຄືຜູ້ຊ່ຽວຊານຜູ້ທີ່ຮູ້ແທ້, ຄຳແນະນຳຂອງພັກ ແລະ ລັດຖະບານຢ່າງເຂັ້ມງວດ ຂໍໃຫ້ທຸກຄົນເຂັ້ມແຂງ ແລະ ປອດໄພ.

ສາມາດຕິດຕາມຂໍ້ມູນ – ຂ່າວສານຂອງ ຕ່າຍ ອາກາດ ໄດ້ທາງແຟນເພຈ໌ Taiy Akard ຫຼື ເຟສບຸ໊ກສ່ວນຕົວ Taiy Akard ພ້ອມທັງສາມາດຟັງເພງມ່ວນໆໄດ້ທາງຢູທູບ: Taiy Akard.

ຂ່າວ: ນຸ້ມນິ້ມ; ຮູບ: Taiy Akard