ເຕັກນິກການສອນລູກອ່ານປຶ້ມ ເລີ່ມຕົ້ນດ້ວຍຄວາມໃສ່ໃຈຂອງພໍ່ແມ່

182

ການອ່ານຖືເປັນພື້ນຖານຂອງການເວົ້າ ແລະ ການຂຽນ ຍິ່ງອ່ານຫຼາຍເທົ່າໃດກໍໄດ້ ຄວາມຮູ້ຫຼາຍເທົ່ານັ້ນ ແລະ ມີຄັງຄຳສັບຫຼາຍຂຶ້ນອີກ. ແນວໃດກໍຕາມ, ຖ້າເດັກນ້ອຍທີ່ໄດ້ປູກຝັງນິດໄສຮັກການອ່ານຕັ້ງແຕ່ເຍົາໄວ ໃຫຍ່ຂຶ້ນເຂົາກໍຈະກາຍເປັນຄົນຮັກການອ່ານ. ສະນັ້ນ, ມື້ນີ້ພວກເຮົາໄດ້ນໍາເອົາ 6 ວິທີ ທີ່ພໍ່ແມ່ສາມາດຊ່ວຍສົ່ງເສີມໃຫ້ລູກຮັກການອ່ານ ເພາະລູກຈະສະຫຼາດຕ້ອງເລີ່ມຕົ້ນດ້ວຍຄວາມໃສ່ໃຈຂອງພໍ່ແມ່.

1 ອ່ານປຶ້ມເຫຼັ້ມເກົ່າຊ້ຳຫຼາຍເທື່ອ: ການສອນລູກອ່ານປຶ້ມເຫຼັ້ມເກົ່າຄືນຫຼາຍໆເທື່ອ ເປັນວິທີທີ່ໄດ້ຜົນດີກັບນັກຮຽນຊັ້ນປະຖົມ ເພາະຈະຊ່ວຍພັດທະນາໃນການຮຽນວິຊາພາສາລາວທີ່ໄດ້ຜົນເປັນຢ່າງດີ ລວມທັງເຂົ້າໃຈເຈຕະນາຂອງຜູ້ຂຽນໄດ້ຫຼາຍກວ່າການອ່ານປຶ້ມພຽງຄັ້ງໜຶ່ງ ຫຼື ສອງຄັ້ງ ເພາະຍິ່ງອ່ານຫຼາຍເທົ່າໃດເດັກນ້ອຍຈະຮັບຮູ້ເຖິງຄວາມຮູ້ສຶກນຶກຄິດຂອງຕົວລະຄອນເອກຂອງເລື່ອງທີ່ຜູ້ຂຽນຕ້ອງການສື່ ເຮັດໃຫ້ເດັກນ້ອຍໄດ້ຈື່ຈຳຖ້ອຍຄຳສຳນວນຕ່າງໆໃນປຶ້ມໄດ້ຂຶ້ນໃຈ ເມື່ອອ່ານປຶ້ມໄດ້ແຕກສານກໍຈະເປັນກຸນແຈສຳຄັນໃນການເສີມສ້າງທັກສະດ້ານພາສາໃຫ້ກັບເດັກນ້ອຍອີກດ້ວຍ.

2 ເລືອກປຶ້ມທີ່ເໝາະສົມກັບໄວຂອງລູກ: ພໍ່ແມ່ບໍ່ຄວນຖືຕົວເອງເປັນໃຫຍ່ ເຊັ່ນ: ເລືອກປຶ້ມຕາມໃຈພໍ່ແມ່ເພາະໄວຂອງລູກບໍ່ແມ່ນໄວຂອງພໍ່ແມ່, ປຶ້ມທີ່ພໍ່ແມ່ມັກລູກອາດຈະບໍ່ມັກກໍໄດ້, ປຶ້ມທີ່ດີສໍາລັບລູກຕ້ອງມີເນື້ອໃນສັ້ນງ່າຍໆ, ບໍ່ສັບຊ້ອນ, ກົງໄປກົງມາ, ປຶ້ມທີ່ດີຕ້ອງໜ້າຄິດໜ້າຕິດຕາມ, ເປັນປຶ້ມທີ່ມີພາສາທີ່ອ່ານງ່າຍ, ພາບປະກອບສວຍງາມ ແລະ ເປັນປຶ້ມທີ່ຊ່ວຍກະຕຸ້ນຄວາມຄິດ ແລະ ເສີມສ້າງພັດທະນາການຄວາມຄິດໃຫ້ກັບລູກ.

3 ຕ້ອງໃສ່ໃຈຊວນກັນໄປອ່ານ: ພໍ່ແມ່ຕ້ອງຊັກຊວນ ຫຼື ແນະນຳໃຫ້ລູກມາອ່ານປຶ້ມຮ່ວມກັນ, ການຊັກຊວນທີ່ດີທີ່ສຸດແມ່ນການທີ່ພໍ່ແມ່ອ່ານອອກສຽງດັງໆເພື່ອຮຽກຮ້ອງຄວາມສົນໃຈ ຫຼື ຊັກຊວນລູກໃຫ້ເປີດປຶ້ມຮ່ວມກັນ ແລະ ປຶກສາກັນ, ຖາມ – ຕອບເຖິງຮູບພາບໃນປຶ້ມ.

4 ຮູ້ຈັກສອນໃຫ້ລູກຕໍ່ຍອດທາງຄວາມຄິດ: ເວລາພໍ່ແມ່ອ່ານປຶ້ມ ຫຼື ນິທານໃຫ້ລູກຟັງແລ້ວຕ້ອງຕັ້ງຄຳຖາມ ແລະ ເປີດໂອກາດໃຫ້ລູກໄດ້ສະແດງຄວາມຮູ້ຢູ່ສະເໝີ ເຊັ່ນ: ” ໄກ່ມີຈັກຕາ ຫຼື ໜູມີຕາຈັກໜ່ວຍ ແລ້ວໃຫ້ລູກເປັນຄົນນັບ ” ຖາມແບບນີ້ເປັນຕົ້ນ. ນີ້ຈຶ່ງຖືເປັນການຕໍ່ຍອດທາງຄວາມຄິດຂະນະທີ່ເລົ່ານິທານ, ຖ້າບ່ອນໃດເໝາະສົມກໍສາມາດຕໍ່ຍອດໄດ້ທັນທີ. ແນວໃດກໍຕາມ, ບໍ່ຄວນຕໍ່ຍອດຫຼາຍຈົນເກີນໄປເພາະຈະເຮັດໃຫ້ລູກຮູ້ສຶກເບື່ອໄດ້.

5 ເອົາໃຈໃສ່ລູກສະໝໍ່າສະເໝີ: ການອ່ານປຶ້ມຕ້ອງປະຕິບັດທຸກມື້ ຫຼື ອ່ານຢ່າງສະໝ່ຳສະເໝີ ບໍ່ວ່າຈະອ່ານປຶ້ມຮ່ວມກັນຫຼັງຈາກກິນເຂົ້າແລງທຸກມື້ແລ້ວອ່ານປຶ້ມຮ່ວມກັນ ຫຼື ອ່ານປຶ້ມກ່ອນສອນທຸກມື້. ດັ່ງນັ້ນ, ຖ້າເຮັດເປັນປະຈຳລູກກໍຈະເກີດຄວາມເຄີຍຊິນ ແລະ ປະຕິບັດຈົນຕິດເປັນນິດໄສ, ມີວິໄນໃສ່ໃຈການອ່ານບໍ່ດົນກໍເຫັນຜົນແນ່ນອນ.

6 ຝຶກໃຫ້ຂຽນສະແດງ ຄວາມຄິດເຫັນ: ນອກຈາກການອ່ານແລ້ວການຝຶກໃຫ້ລູກຂຽນສະແດງຄວາມຄິດເຫັນ ກໍເປັນການຝຶກລູກໄດ້ຮູ້ຈັກການອ່ານທີ່ຖືກວິທີອີກທາງໜຶ່ງ ເພາະຈະເຮັດໃຫ້ລູກອ່ານຢ່າງເຂົ້າໃຈ ແລະ ຮັບຮູ້ເຖິງສິ່ງທີ່ຜູ້ຂຽນຕ້ອງການສື່ຫຼາຍກວ່າການອ່ານຂຶ້ນໄປເລື້ອຍໆ ໂດຍບໍ່ໄດ້ຄິດ ແລະ ວິເຄາະຕາມວິທີການສອນໃຫ້ເຂົາສະແດງຄວາມຄິດເຫັນ ເຊັ່ນ: ໃຫ້ລູກອ່ານປຶ້ມໜຶ່ງເຫຼັ້ມແລ້ວຂຽນສະແດງຄວາມຄິດເຫັນໃນໄລຍະເວລາທີ່ກຳນົດ ຫຼື ໃຫ້ເບິ່ງຮູບເງົາຈົນຈົບແລ້ວໃຫ້ຂຽນສິ່ງທີ່ເຂົາໄດ້ຮັບ ແລະ ປະທັບໃຈເປັນຕົ້ນ.

ຂໍ້ແນະນຳເຮົາບໍ່ຄວນບັງຄັບໃຫ້ລູກອ່ານສິ່ງທີ່ເຂົາບໍ່ມັກເພາະຈະເຮັດໃຫ້ລູກຄຽດ ແລະ ຊັງປຶ້ມເຫຼັ້ມນັ້ນໄປເລີຍກໍໄດ້. ດັ່ງນັ້ນ, ຂໍໃຫ້ພໍ່ແມ່ເຂົ້າໃຈຫຼັກ ແລະ ຮຽນຮູ້ເຕັກນິກການສອນລູກອ່ານປຶ້ມຂ້າງເທິງແລ້ວໄປປັບໃຊ້ກັບລູກໆຢູ່ເຮືອນ ຮັບຮອງວ່າການສ້າງລູກຮັກໃຫ້ເປັນນັກອ່ານທີ່ມີຄຸນນະພາບບໍ່ແມ່ນເລື່ອງຍາກອີກຕໍ່ໄປ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: parentsone