ບີເອັມດັບເບິລຢູ ຈົດທະບຽນ ເອັກຊ໌ 8 ເອັມ ໃຫ້ກໍາລັງສູງເຖິງ 600 ແຮງມ້າ

161

ມີຂ່າວມາຫຼາຍປີແລ້ວ ແລະ ມີປະເດັນໃຫ້ກ່າວເຖິງຫຼາຍເກືອບວ່າທຸກປີກັບ BMW X8 ທີ່ BMW ຕັ້ງໃຈພັດທະນາໃຫ້ເປັນລົດຄັອສໂອເວີແທນ X7 ເພື່ອຂະຫຍາຍລາຍການລົດໃຫ້ມີສັກກະຍະພາບໃນການບຸກຕະຫຼາດລົດຫຼູຫຼາຍຍິ່ງຂຶ້ນ ແລະ ໄດ້ຈົດທະບຽນຊື່ X8 ໄວ້ໃນປີ 2016.

ຫຼ້າສຸດມີແຫຼ່ງຂ່າວລາຍງານວ່າ: ພົບເຫັນເອກະສານທີ່ຖືກເປີດເຜີຍທາງອອນລາຍໂດຍ    U.S. Patent and Trademark Office ເຊິ່ງລະບຸວ່າ: BMW ປະເທດເຢຍລະມັນ ໄດ້ຈົດທະບຽນເຄື່ອງໝາຍການຄ້າຊື່ BMW X8 M ເປັນທີ່ຮຽບຮ້ອຍແລ້ວເມື່ອຕົ້ນເດືອນເມສາ 2020.

ດ້ວຍເຫດນີ້ສື່ຍານຍົນຕ່າງປະເທດຫຼາຍໆສໍານັກຈຶ່ງພາກັນອອກມາວິເຄາະພ້ອມຄາດເດົາເລື່ອງສະເປັກຕ່າງໆຂອງ BMW X8 M ໂດຍສ່ວນໃຫຍ່ຄິດເຫັນໄປທິດທາງດຽວກັນວ່າ X8 M ຈະມີພາບຫຼັກຄືກັບ X7 ແຕ່ຂະໜາດໂຕຖັງອາດຈະໃຫຍ່ກວ່າເດີມ, ຖານລໍ້ຍາວຂຶ້ນ, ສ່ວນເຄື່ອງຈັກອາດເປັນ V8 ເທີໂບຄູ່ຂະໜາດ 4,4 ລິດ, ກໍາລັງບໍ່ຕໍ່າກວ່າ 600 ແຮງມ້າ ແລະ ເຄື່ອງຈັກໄຮບຣີດສໍາລັບເປັນທາງເລືອກເພື່ອໃຫ້ X8 M ມີຄວາມໜ້າສົນໃຈກວ່າລຸ້ນອື່ນໆ.

ການຜະລິດ BMW X8 ຈະເລີ່ມຂຶ້ນໃນປີ 2022 ທີ່ໂຮງງານໃນລັດເຊົາແຄຣໂລໄລນາ ປະເທດສະຫະລັດອາເມຣິກາ ເຊິ່ງໝາຍຄວາມວ່າ X8 ຈະເປີດໂຕໄວທີ່ສຸດໃນປີ 2021 ແລະ ສົ່ງມອບໃນປີ 2023 ໃນສ່ວນຂອງ BMW X8 M ທີ່ຫາກໍຈົດທະບຽນໄປບໍ່ແນ່ວ່າຈະເປີດໂຕ ແລະ ຜະລິດພ້ອມກັນເລີຍ ຫຼື ບໍ່, ແຕ່ບໍ່ຫ່າງກັນເກີນ 1 ປີ ແນ່ນອນຕາມການລາຍງານຂອງເວັບໄຊ Autoblog.

ຂໍ້ມູນ: carbuyer.co.uk, autoblog.com