ມຽນມາ ມີຜູ້ປ່ວຍໂຄວິດ-19 ກວ່າ 100 ຄົນແລ້ວ ລັດອອກຄຳສັ່ງປິດເມືອງໄລຍະກາງຄືນ

98

ຕົວເລກຜູ້ປ່ວຍສະສົມຈາກພະຍາດໂຄວິດ-19 ໃນປະເທດມຽນ ເພິ່ມຂຶ້ນເປັນ 107 ຄົນ ແລະ ເສຍຊີວິດແລ້ວ 5 ຄົນ ເພິ່ມແຮງກົດດັນການແຜ່ລະບາດໃນປະເທດ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຢາງກຸ້ງ ປະເທດມຽນມາ ເມື່ອວັນອາທິດ ທີ 19 ເມສາ ວ່າ ກະຊວງສາທາລະນະສຸກມຽນມາ ຖະແຫຼງການ ເມື່ອວັນອາທິດ ກ່ຽວກັບສະພາບການຂອງພະຍາດໂຄວິດ-19 ໃນຮອບວັນ ຜ່ານມາ ໂດຍຢືນຢັນພົບຜູ້ປ່ວຍໃໝ່ອີກ 9 ຄົນ ເພິ່ມສະຖິຕິຜູ້ປ່ວຍເປັນ 107 ຄົນ.

ທັງນີ້, ໃນກຸ່ມຜູ້ປ່ວຍຫຼ້າສຸດນັ້ນ ມີເດັກຊາຍ ອາຍຸພຽງ 1 ປີເຄິ່ງ ເຊິ່ງເປັນອາຍຸນ້ອຍທີ່ສຸດ ແລະ ທຸກຄົນບໍ່ມີປະຫວັດການເດີນທາງໄປຕ່າງປະເທດ ໃນຮອບ 2 ອາທິດ ຜ່ານມາ. ແຕ່ມີປະຫວັດສຳຜັດໃກ້ຊິດກັບຜູ້ປ່ວຍກ່ອນໜ້ານີ້. ຂະນະທີ່ ຕົວເລກຜູ້ເສຍຊີວິດເພິ່ມຂຶ້ນເປັນ 5 ຄົນ ໂດຍຄົນຫຼ້າສຸດ ເປັນຜູ້ປ່ວຍຄົນທີ 86 ເພດຊາຍຊາວມຽນມາ ອາຍຸ 78 ປີ ອາໄສຢູ່ເມືອງຢາງກຸ້ງ ເຂົ້າຮັບການປິ່ນປົວຢູ່ໂຮງໝໍ ເມື່ອວັນທີ 15 ເມສາ, ຢືນຢັນການຕິດເຊື້ອເມື່ອວັນທີ 17 ເມສາ ແລະ ເສຍຊີວິດ ເມື່ອວັນທີ 18 ເມສາ ຜ່ານມາ

ທ່າມກາງຄວາມກັງວົນກັບການແຜ່ລະບາດຂອງໄວຣັສໂຄວິດ-19 ພາຍໃນປະເທດນັ້ນ ລັດຖະບານມຽນມາອອກຄຳສັ່ງປິດເມືອງໃນໄລຍະກາງຄືນ ຢູ່ນະຄອນຫຼວງເນປິດໍ, ເມືອງຢາງກຸ້ງ ແລະ ເມືອງມັນທາເລ ພ້ອມທັງຫ້າມຢູ່ຮວມກຸ່ມກັນກາຍ 5 ຄົນ ຕັ້ງແຕ່ວັນເສົາ ຜ່ານມາ.