ຂ່າວດີມື້ທີ 7! 19 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງຕ້ອງເຝົ້າລະວັງຢ່າງເຄັ່ງຄັດ

109

ຄວາມຫວັງທີ່ ສປປ ລາວ ເຮົາ ຈະເອົາຊະນະພະຍາດໂຄວິດ-19 ໃກ້ເຂົ້າມານັບມື້, ໂດຍຫຼ້າສຸດ ມື້ນີ້ ວັນທີ 19 ເມສາ 2020 ກະຊວງສາທາລະນະສຸກ ອອກມາຢືນຢັນ ເປັນມື້ທີ 7 ທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຈາກການເກັບຕົວຢ່າງມາກວດໃນວັນທີ 18 ເມສາ ຈໍານວນ 15 ຄົນ ຜົນກວດລ້ວນເປັນລົບ ບໍ່ມີພົບເຊື້ອ, ດັ່ງນັ້ນ, ເຮັດໃຫ້ຍອດລວມຜູ້ຕິດເຊື້ອໃນລາວ ຍັງຄົງທີ່ 19 ກໍລະນີ ໃນນີ້ ປິ່ນປົວດີກັບບ້ານແລ້ວ 2 ກໍລະນີ.

ໃນວັນທີ 19 ເມສາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ. ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ການເຝົ້າລະວັງ ແລະ ວິເຄາະໃນວັນທີ 18 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 15 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 1 ຄົນ, ກໍລະນີມີອາການສົງໄສ 14 ຄົນ. ໃນຈຳນວນ 15 ຄົນ ທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 11 ຄົນ ແລະ ຕ່າງແຂວງ 4 ຄົນ (ຫຼວງພະບາງ 1 ຄົນ, ໄຊສົມບູນ 1 ຄົນ, ອັດຕະປຶ 1 ຄົນ, ໄຊຍະບູລີ 1 ຄົນ), ເຊິ່ງຜົນກວດທັງໝົດ 15 ກໍລະນີ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 18 ເມສາ 2020 ບໍ່ມີກໍລະນີໃໝ່.

ດັ່ງນັ້ນ, ນັບແຕ່ເດືອນມັງກອນ ຮອດ ວັນທີ 18 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.333 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (7 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ສ່ວນຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 09 ມີນາ ຫາ 18 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ ທັງໝົດ 291 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 22 ຄົນ.

ທ່ານ ຮສ. ດຣ ພູທອນ ເມືອງປາກ ກ່າວຕື່ມວ່າ: ເຖິງວ່າສະພາບການຕິດເຊື້ອຢູ່ປະເທດຂອງເຮົາ ໄດ້ເວັ້ນໄລຍະຫ່າງມາໄດ້ 7 ວັນແລ້ວ ຜູ້ຕິດເຊື້ອປິ່ນປົວຢູ່ໂຮງໝໍ ກໍ່ໄດ້ອອກໂຮງໝໍ 2 ຄົນແລ້ວ ແຕ່ພວກເຮົາ ຈະບໍ່ໄດ້ລົດລະການເຝົ້າລະວັງ ຕິດຕາມຄົ້ນຫາ ຜູ້ສົງໄສທີ່ຈະຕິດເຊື້ອ ໂດຍສະເພາະຜູ້ທີ່ຍັງຈຳກັດບໍລິເວນຕົນເອງຢູ່ສູນ ແລະ ຢູ່ເຮືອນ ລວມທັງຜູ້ເດີນທາງຜ່ານຊາຍແດນເຂົ້າມາໃໝ່ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ.