ທະວີບອາຟຣິກາ ອາດເປັນສູນກາງແຜ່ລະບາດແຫ່ງໃໝ່ຂອງພະຍາດໂຄວິດ-19

90

ອົງການອະນາໄມໂລກວິຕົກກັງວົນວ່າ ທະວີບອາຟຣິກາ ເຊິ່ງມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ລວມກັນຫຼາຍກວ່າ 1 ພັນຄົນ ຈະກາຍເປັນສູນກາງການແຜ່ລະບາດແຫ່ງໃໝ່ ດ້ວຍເງື່ອນໄຂທັງສະພາບການດ້ານເສດຖະກິດ ແລະ ສາທາລະນະສຸກ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນອາທິດ ທີ 19 ເມສາ ວ່າ ທ່ານນາງດຣ.ມັດຊິດິໂຊ ໂມເອຕິ ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳທະວີບອາຟຣິກາ ໄດ້ກ່າວກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທະວີບ ວ່າ ໂດຍທົ່ວໄປແລ້ວຊາວອາຟຣິກາສ່ວນໃຫຍ່ບໍ່ຄ່ອຍເດີນທາງອອກຈາກຕ່າງປະເທດ ເຊິ່ງສ່ວນໜຶ່ງດ້ວຍປັດໃຈທາງເສດຖະກິດເປັນຫຼັກ.

ຢ່າງໃດກໍ່ຕາມ, ເຊື້ອພະຍາດໂຄໂຣນາສາຍພັນໃໝ່ ໄດ້ແຜ່ລະບາດເຂົ້າສູ່ທະວີບອາຟຣິກາມາໄດ້ໄລຍະໜຶ່ງແລ້ວ ແລະ ລະບາດໄປທົ່ວທະວີບຢ່າງວ່ອງໄວ ເນື່ອງຈາກລະບົບສາທາລະນະສຸກໃນທະວີບສ່ວນໃຫຍ່ຍັງຕໍ່າກວ່າມາດຕະຖານ ຍິ່ງໄປກວ່ານັ້ນ ອັດຕາການແຜ່ລະບາດມັກເກີດຂຶ້ນໃນເຂດຫ່າງໄກຈາກຕົວເມືອງ ກວດພົບຫຼາຍທີ່ສຸດໃນປະເທດອາຟຣິກາໃຕ້, ປະເທດໄອວໍຣີ ໂຄສ ຈຶ່ງມີຄວາມສ່ຽງສູງຫຼາຍ ວ່າ ທະວີບອາຟຣິກາຈະກາຍເປັນສູນກາງການແຜ່ລະບາດແຫ່ງໃໝ່.

ທັງນີ້ ລາຍງານຂອງຄະນະກຳມາທິການເສດຖະກິດຂອງສະຫະປະຊາຊາດ ປະຈຳອາຟຣິກາ (UNECA) ຄາດຄະເນວ່າ “ໃນສະຖານະການຮ້າຍແຮງຕ່ຳສຸດ” ການແຜ່ລະບາດຂອງໂຄວິດ-19 ໃນທະວີບອາດຈະເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ແສນຄົນ ແຕ່ຖ້າເປັນ “ສະຖານະການຮ້າຍແຮງທີ່ສຸດ” ອາດຈະມີຜູ້ເສຍຊີວິດ 3,3 ລ້ານຄົນ ແລະ ຜູ້ປ່ວຍສະສົມຫຼາຍກວ່າ 1,2 ພັນລ້ານຄົນ ແລະ ເຖິງວ່າປະຊາຊົນຈະປະຕິບັດຕາມມາດຕະການໄລຍະຫ່າງທາງສັງຄົມ “ຢ່າງເຂັ້ມງວດທີ່ສຸດ” ຈຳນວນຜູ້ປ່ວຍອາດຈະຫຼາຍເຖິງ 122 ລ້ານຄົນ.

ປະເທດອີຢິບ ເປັນປະເທດທຳອິດໃນທະວີບອາຟຣິກາ ທີ່ຢືນຢັນກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເມື່ອວັນທີ 14 ກຸມພາ ຜ່ານມາ ແລະ ປັດຈຸບັນ ກວດພົບການແຜ່ລະບາດໃນທະວີບ ຢ່າງໜ້ອຍ 56 ປະເທດ ແລະ ຂົງເຂດໃນພາກພື້ນ ມີຜູ້ເສຍຊີວິດລວມກັນ 1.031 ຄົນ ຈາກຜູ້ປ່ວຍສະສົມຫຼາຍກວ່າ 20 ພັນຄົນ ແລະ ປິ່ນປົວເຊົາແລ້ວເກືອບ 5 ພັນຄົນ ໂດຍຜູ້ທີ່ຕິດເຊື້ອຫຼາຍທີ່ສຸດຢູ່ປະເທດອາຟຣິກາໃຕ້ ຢ່າງໜ້ອຍ 3.034 ຄົນ ສ່ວນປະເທດແອລຈິເຣຍ ມີຜູ້ເສຍຊີວິດສະສົມຫຼາຍທີ່ສຸດຢ່າງໜ້ອຍ 367 ຄົນ.