ໜັກສຸດໃນອາຊຽນ! ອິນໂດເນເຊຍ ເສຍຊີວິດ ຈາກວິກິດໂຄວິດ-19 535 ຄົນແລ້ວ

91

ຈຳນວນຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນປະເທດອິນໂດເນເຊຍ ເພິ່ມເປັນ 535 ຄົນ ຈາກຜູ້ຕິດເຊື້ອສະສົມຫຼາຍກວ່າ 6 ພັນຄົນ ເປັນສະຖິຕິສູງທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ຂະນະທີ່ ປະເທດຟີລິບປິນ ສູນເສຍບຸກຄະລາກອນແພດຈາກວິກິດຄັ້ງນີ້ 22 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນເສົາ ທີ 18 ເມສາ ວ່າ ກະຊວງສາທາລະນະສຸກອິນໂດເນເຊຍ ຖະແຫຼງການ ເມື່ອວັນເສົາ ເປັນການລາຍງານປະຈຳ ວັນຈາກສະຖານະການພະຍາດໂຄວິດ-19 ວ່າ ໃນຮອບ 24 ຊົ່ວໂມງ ຜ່ານມາ ມີຜູ້ເສຍຊີວິດຕື່ມອີກ 15 ຄົນ ເພິ່ມເປັນ 535 ຄົນ ແລະ ຜູ້ປ່ວຍໃໝ່ 325 ຄົນ ເພິ່ມເປັນ 6.248 ຄົນ ຈາກຈຳນວນດັ່ງກ່າວປິ່ນປົວເຊົາແລ້ວ 631 ຄົນ.

ທັງນີ້, ສະຖິຕິຜູ້ປ່ວຍ ແລະ ເສຍຊີວິດຈາກພະຍາດໂຄວິດ-19 ໃນປະເທດອິນໂດເນເຊຍ ສູງທີ່ສຸດໃນອາຊຽນ ຮອງລົງມາແມ່ນປະເທດຟີລິບປິນ ເຊິ່ງຢືນຢັນກວດພົບຜູ້ປ່ວຍໃໝ່ 209 ຄົນ ໃນຮອບວັນ ຜ່ານມາ ເພີ່ມຜູ້ປ່ວຍສະສົມເປັນ 6.087 ຄົນ ແລະ ຢືນຢັນຜູ້ເສຍຊີວິດເພິ່ມອີກ 10 ຄົນ ສະຖິຕິສະສົມຜູ້ເສຍຊີວິດເປັນ 397 ຄົນ ແລະ ປິ່ນປົວເຊົາເພິ່ມເປັນ 516 ຄົນ.

ຢ່າງໃດກໍ່ຕາມ, ຈາກຈຳນວນຜູ້ປ່ວຍສະສົມ ແລະ ຜູ້ເສຍຊີວິດສະສົມຈາກໄວຣັສໂຄວິດ-19 ໃນປະເທດຟີລິບປິນນັ້ນ ມີບຸກຄະລາກອນແພດແພດຕິດເຊື້ອຢ່າງນ້ອຍ 766 ຄົນ ແບ່ງອອກເປັນ 339 ຄົນເປັນທ່ານ ໝໍ ແລະ ພະຍາບານ 242 ຄົນ ສ່ວນບຸກຄະລາກອນແພດເສຍຊີວິດຈາກໂຄວິດ-19 ຢ່າງໜ້ອຍ 22 ຄົນ.