ເກີດແຜ່ນດິນໄຫວ ນອກຝັ່ງທາງພາກໃຕ້ຂອງນະຄອນຫຼວງໂຕກຽວ ຂະໜາດ 6,0 ແມັກນິຈູດ

136

ເກີດເຫດແຜ່ນດິນໄຫວຮຸນແຮງ ຂະໜາດ 6,9 ແມັກນິຈູດ ສັ່ນສະເທືອນໝູ່ເກາະຍີ່ປຸ່ນ ໃນມະຫາສະໝຸດປາຊີຟິກ ທາງທິດໃຕ້ຂອງນະຄອນຫຼວງໂຕກຽວ ເມື່ອແລງວັນເສົາ ແຕ່ບໍ່ມີລາຍງານຄວາມເສຍຫາຍ ແລະ ແຈ້ງເຕືອນສຶນາມິ.

ສຳນັກຂ່າວເອພພີ ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ 18 ເມສາ ວ່າ ເກີດແຜ່ນດິນໄຫວຮຸນແຮງ ວັດແທກແຮງສັ່ນສະເທືອນ 6,9 ແມັກນິຈູດ ຕາມມາດຕາຣິກເຕີ ເມື່ອຕອນແລງວັນເສົາ ຈຸດສູນກາງເລິກລົງໃຕ້ທະເລ 450 ກິໂລແມັດ ທາງທິດຕາເວັນຕົກຂອງໝູ່ເກາະໂອກາຊາວະຣະ ໃນມະຫາສະໝຸດປາຊີຟິກ ແລະ ຫ່າງຈາກແຄມຝັ່ງທາງທິດໃຕ້ຂອງນະຄອນຫຼວງໂຕກຽວ 1 ພັນກິໂລແມັດ ຈາກລາຍງານຂອງສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຍີ່ປຸ່ນ (JMA).

ເບື້ອງຕົ້ນບໍ່ມີແຈ້ງການເຕືອນໄພຄື້ນສຶນາມິ ແລະ ບໍ່ມີລາຍງານຄວາມເສຍຫາຍ ລວມທັງຜູ້ເສຍຊີວິດ ຫຼື ບາດເຈັບ.

ໝູ່ເກາະໂອກາຊາວະຣະ ທີ່ກຳເນີດຈາກການທັບຖົມ ແລະ ເປື່ອຍລະລາຍຂອງຫີນທີ່ພູໄຟໃຕ້ທະເລລະເປີດຂຶ້ນໃນຍຸກບູຮານ ເຊິ່ງມີອີກຊື່ໜຶ່ງວ່າ ຫມູ່ເກາະໂບນິນ ຖືກລົງທະບຽນເປັນມໍລະດົກໂລກທາງທຳມະຊາດ ຈາກອົງການຢູເນສໂກ.

ຍີ່ປຸ່ນ ເປັນໜຶ່ງໃນບັນດາປະເທດທີ່ຕັ້ງຢູ່ໃນເສັ້ນ “ວົງແຫວນໄຟ” ຕາມແລວຮອຍເຊື່ອມຂອງເປືອກໂລກຮູບເກີບມ້າ ອ້ອມແຄມຝັ່ງມະຫາສະໝຸດປາຊີຟິກ ເຊິ່ງກໍ່ໃຫ້ເກີດແຜ່ນດິນໄຫວ ແລະ ພູໄຟລະເບີດຫຼາຍທີ່ສຸດໃນໂລກ ໂດຍມີສັດສ່ວນການເກີດເຖິງ 20% ຈາກທົ່ວໂລກ ແລະ ວັດແທກແຮງສັ່ນສະເທືອນ ຕັ້ງແຕ່ 6,0 ແມັກນິຈູດ ຂຶ້ນໄປ.