ສິ່ງກະໂປ ມີຜູ້ປ່ວຍຈາກໂຄວິດ-19 ເພິ່ມຂຶ້ໜຫຼາຍກວ່າ 5 ພັນຄົນແລ້ວ

153

ຕົວເລກຜູ້ປ່ວຍຈາກໂຄວິດ-19 ໃນປະເທດສິງກະໂປ ເພິ່ມເປັນຫຼາຍກວ່າ 5.000 ຄົນ ຫຼັງຈາກກວດພົບຜູ້ຕິດເຊື້ອເປັນກຸ່ມໃນພື້ນທີ່ແອອັດຂອງບັນດາແຮງງານຕ່າງດ້າວ ສ່ວນຜູ້ເສຍຊີວິດເພິ່ມຂຶ້ນເປັນ 11 ຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນເສົາ ທີ 18 ເມສາ ວ່າ ກະຊວງສາທາລະນະສຸກສິງກະໂປ ຖະແຫຼງການ ເມື່ອວັນເສົາ ໂດຍເປັນການລາຍງານປະຈຳວັນກ່ຽວກັບສະຖານະການຂອງພະຍາດໂຄວິດ-19 ວ່າ ມີຜູ້ເສຍຊີວິດເພິ່ມອີກ 1 ຄົນ “ຜູ້ປ່ວຍຄົນທີ 3.145″ ເປັນຊາຍຊາວສິງກະໂປ ອາຍຸ 95 ປີ ໄດ້ຮັບການຢືນຢັນວ່າ ຕິດເຊື້ອເມື່ອວັນທີ 13 ເມສາ ຜ່ານມາ.

ຢ່າງໃດກໍ່ຕາມ, ການເສຍຊີວິດຂອງຊາຍຄົນດັ່ງກ່າວແມ່ນເພິ່ມຈຳນວນຜູ້ເສຍຊີວິດສະສົມ ຢ່າງໜ້ອຍ 11 ຄົນ ໃນນັ້ນມີຄົນຕ່າງປະເທດຮວມຢູ່ນຳ. ຂະນະດຽວກັນ ໃນວັນດຽວກັນໄດ້ຢືນຢັນກວດພົບຜູ້ປ່ວຍໃໝ່ເພິ່ມອີກ 623 ຄົນ ເພິ່ມສະຖິຕິຜູ້ປ່ວຍສະສົມເປັນ 5.050 ຄົນ. ໃນນັ້ນ 69% ເປັນການກວດພົບຜູ້ຕິດເຊື້ອຢູ່ຮວມກັນເປັນກຸ່ມໃຫຍ່. ສ່ວນທີ່ເຫຼືອຍັງຢູ່ຂັ້ນຕອນການສືບສວນ ສ່ວນປິ່ນປົວເຊົາມີເພິ່ມອີກ 25 ຄົນ ຍອດສະສົມເປັນ 708 ຄົນ.

ລັດຖະບານສິງກະໂປໄດ້ຍົກລະດັບມາດຕະການຄວບຄຸມທາງສັງຄົມ ໂດຍໃຊ້ຄຳສັ່ງປິດເມືອງ ເພື່ອຢຸດຢັ້ງການແຜ່ລະບາດຂອງພະຍາດ 1 ເດືອນ ຕັ້ງແຕ່ວັນທີ 7 ເມສາ ຜ່ານມາ ດ້ານກະຊວງສາທາລະນະສຸກສິງກະໂປໄດ້ວິເຄາະວ່າ ກ່ອນໜ້າທີ່ຈະໃຊ້ຄຳສັ່ງປິດເມືອງມີຜູ້ຕິດເຊື້ອ ສະເລ່ຍ 40 ກຳລະນີຕໍ່ອາທິດ ແຕ່ຫຼັງຈາກໃຊ້ມາດຕະການແລ້ວ ອັດຕາການຕິດເຊື້ອຫຼຸດລົງເຫຼືອ 32 ກໍລະນີຕໍ່ອາທິດ ເມື່ອອາທິດຜ່ານມາ.

ອັດຕາສ່ວນຜູ້ຕິດເຊື້ອສ່ວນຫຼາຍ ໃນໄລຍະຜ່ານມາແມ່ນກວດພົບຢູ່ຫໍພັກແຮງງານຕ່າງດ້າວ ເຊິ່ງທາງກະຊວງສາທາລະນະສຸກ ປະກາດໃຫ້ຫໍພັກຕ່າງດ້າວເປັນພື້ນທີ່ຄວບຄຸມເພິ່ມອີກ 3 ແຫ່ງ ປັດຈຸບັນ ຫໍພັກທີ່ຖືກຄວບຄຸມມີທັງໝົດ 12 ແຫ່ງ.