ຕູ້ເອທີເອັມເຂົ້າສານເກີດຂຶ້ນທົ່ວຫວຽດນາມຄົນທຸກຍາກກົດເອົາລ້າ

247

ຫວຽດນາມເປັນອີກໜຶ່ງປະເທດທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19ຄ້າຍຄືກັນກັບຫຼາຍປະເທດເຖິງວ່າຍັງບໍ່ມີລາຍງານຜູ້ເສຍຊີວິດຈາກພະຍາດດັ່ງກ່າວ ແລະ ມີຜູ້ຕິດເຊື້ອຈໍານວນກວ່າ260ຄົນທົ່ວປະເທດ.ແຕ່ເນື່ອງຈາກມາດຕະການເຂັ້ມງວດຈໍາກັດການແຜ່ລະບາດເຮັດໃຫ້ມີການບັງຄັບໃຊ້ມາດຕະການເວັ້ນໄລຍະຫ່າງທາງສັງຄົມຢ່າງເຂັ້ມງວດເປັນເວລາ15ມື້ເລີ່ມຕັ້ງແຕ່ວັນທີ31ເດືອນ ມີນາທີ່ຜ່ານມາເຊິ່ງຜົນເຮັດໃຫ້ຫົວໜ່ວຍທຸລະກິດປິດຊົ່ວຄາວໂດຍມີຄົນວ່າງວຽກຈໍານວນຫຼາຍ.

ເພື່ອເປັນການບັນເທົ່າທຸກ ແລະ ຜ່ອນຄາຍຄວາມເດືອດຮ້ອນຂອງປະຊາຊົນທີ່ວ່າງວຽກ ແລະ ສູນເສຍລາຍໄດ້ຈຶ່ງມີກຸ່ມນັກທຸລະກິດ ແລະ ຜູ້ບໍລິຈາກອອກແນວຄວາມຄິດຕິດຕັ້ງຕູ້ເອທີເອັມເຂົ້າສານຂຶ້ນຫຼາຍແຫ່ງທົ່ວປະເທດເພື່ອໃຫ້ຄົນທຸກຍາກ ແລະ ຄົນວ່າງວຽກໄດ້ມາກົດເອົາເຂົ້າສານໄປລ້າໆບໍ່ຕ້ອງມີຄ່າໃຊ້ຈ່າຍແຕ່ຢ່າງໃດ.

ຕູ້ເອທີເອັມເຂົ້າສານໃນນະຄອນຫຼວງ ຮ່າໂນ້ຍຈະເປີດໃຫ້ບໍລິການຕັ້ງແຕ່ເວລາ8:00-17:00ຂອງທຸກມື້ໂດຍຜູ້ກົດຈະຕ້ອງນໍາຖົງມາເອງ,ຕູ້ເອທີເອັມກໍເປັນຄ້າຍຄືກັບທໍ່ນໍ້າມີທໍ່ຍາວໆຕໍ່ລົງມາໂດຍແຕ່ລະຄັ້ງທີ່ກົດຈະມີເຂົ້າໄຫຼລົງມາໃນປະລິມານຈໍາກັດໂດຍທີ່ຮ່າໂນ້ຍຈໄດ້ເຂົ້າສານປະມານ1,5ກິໂລ.

ນອກຈາກຮ່າໂນ້ຍແລ້ວຍັງມີອີກຫຼາຍຕູ້ໃນເມືອງ ເວ້,ເອທີເອັມເຂົ້າສານຂອງບ່ອນນີ້ຈະໃຫ້ເຂົ້າສານຄັ້ງລະ2ກິໂລ,ສ່ວນທີ່ນະຄອນ ໂຮຈິມິນ ແລະ ດານັງກໍກໍາລັງມີການຕິດຕັ້ງເພີ່ມຫຼາຍຂຶ້ນ.ທັງນີ້ຜູ້ທີ່ກົດຕູ້ເອທີເອັມດັ່ງກ່າວຕ້ອງຕໍ່ແຖວໂດຍເວັ້ນໄລຍະຫ່າງລະຫວ່າງກັນພໍສົມຄວນ ແລະ ຕ້ອງລ້າງມືດ້ວຍນໍ້າຢາຂ້າເຊື້ອກ່ອນໃຊ້ເຄື່ອງ.