ສາມນັກບິນອາວະກາດເດີນທາງກັບເຖິງໂລກປອດໄພ

76

ນັກບິນອາວະກາດ 3 ຄົນ ເຊິ່ງເດີນທາງອອກນອກໂລກ ເມື່ອ 9 ເດືອນກ່ອນ ແລະ ໃຊ້ຍານແຄັບຊູນ ໂຊຢຸຊ ເດີນທາງກັບເຖິງໂລກທີ່ກຳລັງມີກນປ່ຽນແປງ ຫຼັງຜະເຊີນກັບວິກິດການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງໄບໂຄນູ ປະເທດຄາຊັກສະຖານ ເມື່ອວັນເສົາ ທີ 18 ເມສາ ວ່າ ຍານອາວະກາດແຄັບຊູນໂຊຢຸຊ ເອັມເອັສ-15 ຂອງອົງການອາວະກາດຣັດເຊຍ (Ross Cosmos) ໄດ້ນຳລູກເຮືອ 3 ຄົນ ເດີນທາງຈາກສະຖານີອາວະກາດສາກົນ (ISS) ກັບເຖິງໂລກຢ່າງປອດໄພ ໂດຍລົງຈອດຢູ່ກາງທົ່ງຫຍ້າ ໃນເມືອງເຊສຄາຊກັນ ທາງພາກກາງຂອງປະເທດຄາຊັກສະຖານ ເມື່ອວັນສຸກ ຜ່ານມາ.

ນັກບິນອາວະກາດທີ່ເດີນທາງກັບມາປະກອບດ້ວຍ ທ່ານໂອເລັກ ສະຄຣີພອຊກາ ຊາວຣັດເຊຍ ແລະ ອີກ 2 ຄົນ ເປັນນັກບິນອາວະກາດຂອງອົງການບໍລິຫານການບິນ ແລະ ອາວະກາດແຫ່ງຊາດ (NASA) ຄື ທ່ານແອນດຣູ ມໍແກນ ແລະ ທ່ານນາງເຈສຊິກາ ເມຍ.

ຢ່າງໃດກໍ່ຕາມ, ການລົງຈອດຂອງແຄັບຊູນໂຊຢຸຊ ໃນຄັ້ງນີ້ ບໍ່ໄດ້ຖ່າຍທອດສົດອອກອາກາດຜ່ານທັງຊ່ອງຂອງນາຊາ ແລະ ຣອສຄອສມອສ ໂດຍໜ່ວຍງານທັງສອງແຫ່ງໄດ້ໃຫ້ເຫດຜົນວ່າ ເປັນຂໍ້ຈຳກັດດ້ານເທັກນິກທີ່ມີວິກິດການແຜ່ລະບາດຂອງໂຄວິດ-19 ເຂົ້າມາກ່ຽວຂ້ອງ ເຖິງວ່າຫຼັງຈາກນັ້ນ ໄດ້ມີຄລິບດັ່ງກ່າວທີ່ບັນທຶກໄວຖືກເຜີຍແຜ່ອອກມາໃຫ້ເຫັນບາງໄລຍະ ແຕ່ເປັນບັນຍາກາດທີ່ແຕກຕ່າງຈາກທຸກຄັ້ງຜ່ານມາ ເນື່ອງຈາກວ່າ ທີມງານພາກສະໜາມທຸກຄົນໃສ່ຖົງມື ແລະ ໜ້າກາອະນາໄມ ພ້ອມທັງເຕືອນເປັນໄລຍະວ່າ ທຸກຄົນບໍ່ຄວນຢືນໃກ້ຫຼາຍ.