ສາທາອອກຄຳແນະນຳ! ສຳລັບເຮືອນດີ ແລະ ງານຊາປະນາກິດສົບ ເພື່ອປ້ອງກັນຄວາມສ່ຽງຕິດເຊື້ອ ໂຄວິດ-19

188

ເພື່ອປະຕິບັດ ຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ ລົງວັນທີ 20 ມີນາ 2020 ວ່າ ດ້ວຍການເພີ່ມທະວີ ມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ຄວາມກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ-19 ໃຫ້ມີປະສິດທິຜົນ ຖືກກັບສະພາວະຄວາມເປັນຈິງ.

ໃນສະພາບທີ່ມີການແຜ່ລະບາດຂອງເຊື້ອ ພະຍາດ ໂຄວິດ-19 ຍັງສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ກວມເອົາທຸກປະເທດໃນທົ່ວໂລກ, ຈໍານວນ ຜູ້ ຕິດເຊື້ອ ແລະ ເສຍຊີວິດ ເພີ່ມຂຶ້ນທຸກມື້. ສໍາລັບ ສປປລາວ ກໍ່ ມີຜູ້ຕິດເຊື້ອພະຍາດດັ່ງກ່າວ ແລະ ມີຄວາມສ່ຽງສູງ ທີ່ຈະແຜ່ລະບາດໃນວົງກ້ວາງ.

ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ອອກຄໍາແນະນໍາສຳລັບເຮືອນດີ ແລະ ງານຊາປະນາກິດສົບ ເພື່ອປ້ອງກັນຄວາມສ່ຽງ ການຕິດເຊື້ອ ໂຄວິດ-19 ສະບັບເລກທີ 138/ກອສ ລົງວັນທີ 16 ເມສາ 2020 ດັ່ງນີ້:

ພາບປະກອບຂ່າວເທົ່ານັ້ນ

ສໍາລັບເຮືອນເຈົ້າພາບ:

1 ສະຖານທີ່ຕັ້ງໂຮງສົບ ຄວນຢູ່ຫ້ອງທີ່ບໍ່ແອອັດ ມີການລະບາຍອາກາດເປັນຢ່າງດີ.

2 ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ ລະຫວ່າງເຈົ້າພາບ ແລະ ແຂກມາຮ່ວມ (ລວມທັງຈຸດນັ່ງ ຂອງ ເຈົ້າພາບທີ່ຮັບແຂກມາກິນທານຫນ້າສົບ).

3 ແຂກ ຫຼື ເຈົ້າພາບ ທີ່ມີອາຍຸສູງກວ່າ 60 ປີ ຂຶ້ນໄປ ທີ່ມີພະຍາດປະຈໍາຕົວ ເຊັ່ນ: ພະຍາດລະບົບຫົວໃຈ

ເສັ້ນເລືອດ, ພະຍາດລະບົບຫາຍໃຈ ຫຼື ພະຍາດຊໍາເຮື້ອອື່ນໆ, ບໍ່ຄວນຢູ່ ສະຖານທີ່ດັ່ງກ່າວດົນເກີນໄປ

(ບໍ່ເກີນ 30 ນາທີ).

4 ທຸກຕົ້ນທີ່ມາໃນງານ ຫຼື ຢູ່ໃນງານ ຕ້ອງ ໄດ້ໃສ່ຜ້າອັດປາກ-ດັງ.

5 ຈັດຕັ້ງໃຫ້ມີການວັດແທກ ອຸນຫະພູມ ປູ່ປະຕູທາງເຂົ້າງານ, ມີເຈວລ້າງມີ ແລະ ເຫຼົ້າສໍາລັບຂ້າເຊື້ອໄວ້ປະຕູ – ທາງເຂົ້າ ແລະ ໄວ້ຂ້າງເຈົ້າພາບສະເຫມີ ເພື່ອສະດວກໃນ ການອະເຊື້ອ.

6 ຈັດຫາບ່ອນລ້າງມື ພ້ອມສະບູ ແລະ ເຈ້ຍເຊັດມື ສໍາລັບແຂກ ແລະ ຕິດປ້າຍເຕືອນທຸກຄົນລ້າງມືເລື້ອຍໆ.

7 ຈັດໂຕະຮັບແຂກຕ່າງກັນ ແລະ ແຕ່ລະໂຕະບໍ່ຄວນຕິດກັນ ເພື່ອໃຫ້ແຂກນັ່ງທາງກັນຢ່າງຫນ້ອຍ 1 ແມັດ, ຂຶ້ນໄປ.

6 ຮັບປະກັນການຈັດກຽມອາຫານ ໂດຍແມ່ຄົວທີ່ຕ້ອງປະຕິບັດການປ້ອງກັນພະຍາດນີ້ຢ່າງເຂັ້ມງວດ.

9 ຈັດບ່ອນນັ່ງໃຫ້ ພະສົງ, ຜູ້ທີ່ມີອາຍຸສູງ, ເຈົ້າພາບ ແລະ ແຂກ ທີ່ມາຮ່ວມງານ ໃຫ້ນັ່ງຫ່າງກັນ ຢ່າງນ້ອຍ 1 – ແມັດຂຶ້ນໄປ, ບໍ່ວ່າເວລານັ່ງຟັງເທດ ຫຼື ພິທີໃສ່ບາດໃນມື້ແຈກເຂົ້າ.

10 ໄລຍະການຈັດງານຄວນເຮັດກະທັດຮັດ ແລະ ໃຊ້ເວລາສັ້ນ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບແຂກທີ່ມາຮ່ວມງານ:

1 ຕ້ອງເຕືອນຕົນເອງວ່າທ່ານມີຄວາມສ່ຽງຕໍ່ການຕິດເຊື້ອສູງ ແລະ ຕ້ອງໄດ້ກຽມພ້ອມໃນການປ້ອງກັນຕົ້ນ

ເອງ ເພື່ອໄປຢູ່ສະຖານທີ່ ທີ່ມີການຊຸມນຸມຂອງຫຼາຍກຸ່ມຄົນ.

2 ປະຕິບັດມາດຕະການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ, ໃສ່ຜ້າອັດປາກ-ດັງ, ເວັ້ນໄລຍະຫ່າງ, ອະນາ

ໄມມື.

3 ຮັກສາໄລຍະຫ່າງ 1 ແມັດ ຂຶ້ນໄປ , ເມື່ອທ່ານຕ້ອງການນຶ່ງໃນບໍລິເວນຮັບແຂກ ຫຼື ຮັບປະທານອາຫານ; 4 ລ້າງມືກ່ອນດື່ມ ແລະ ກິນອາຫານ, ຢ່າລືມລ້າງມືຫຼື ໃສ່ນ້ໍາຢາຂ້າເຊື້ອອີກຄັ້ງ ກ່ອນທ່ານຈະອອກຈາກ

ເຮືອນດີ.

5 ບໍ່ໃຫ້ໃຊ້ຈອກ, ຈານ, ຖ້ວຍ, ບ່ວງ, ສ້ອມ ຫຼື ໄມ້ດູ່ ຮ່ວມກັບຄົນອື່ນ.

6 ກຽມເຈວລ້າງມື ຫຼື ເຫຼົ້າເພື່ອລ້າງມືຕິດໂຕໄປນໍາສະເຫມີ ເພື່ອຈະໄດ້ໃຊ້ ໃນກໍລະນີທີ່ເຈົ້າພາບບໍ່ສາມາດ.

ສະຫນອງ ໃຫ້ໄດ້.

ວັນຊາປະນາກິດສົບ ສໍາລັບ ທຸກຄົນ (ເຈົ້າພາບ ແລະ ແຂກ):

1 ເຕືອນຕົນເອງວ່າ ທ່ານມີຄວາມສ່ຽງຕໍ່ການຕິດເຊື້ອ ໂຄວິດ-19 ຢູ່ສະຖານທີ່ ງານຊາປະນາກິດສົບ.ດັ່ງນັ້ນ, ທ່ານຄວນມີການກະກຽມຕົນເອງກ່ອນອອກໄປຮ່ວມງານ.

2 ທ່ານສາມາດໃສ່ຜ້າອັດປາກ-ດັງເພື່ອຫຼຸດຜ່ອນຄວາມສ່ຽງໄດ້ແຕ່ຕ້ອງຮູ້ວິທີສວມໃສ່ ແລະ ຖິ້ມປ່າງຖືກຕ້ອງ.

3 ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ຈາກຕົ້ນອື່ນໃນສະຖານທີ່ເຮືອນເຈົ້າພາບ ແລະ ສະຖານທີ່ງານຊາປະນາກິດສົບ.

4 ຮັກສາໄລຍະຫ່າງ 1 ແມັດຂື້ນໄປ ຈາກຄົນອື່ນ ເມື່ອທ່ານຍ່າງໄປວາງຕອກໄມ້ທູບທຽນ.

5 ບໍ່ໃຫ້ລ້າງມືຮ່ວມກັນ ໃນພາຊະນະທີ່ເຈົ້າພາບກຽມໄວ້ ຫຼັງຈາກສໍາເລັດການວາງດອກໄມ້ທູບທຽນ ເພາະ

ອາດ ຈະມີຄວາມສ່ຽງ ຕໍ່ການຕິດເຊື້ອໄດ້. ສະນັ້ນ, ຄວນລ້າງມືຂອງທ່ານດ້ວຍ ເຈວລ້າງມີ ຫຼື ເຫຼົ້າ ຊຶ່ງທ່ານໄດ້ກຽມມາເອງ ຫຼື ເຈົ້າພາບໄດ້ກຽມໄວ້ໃຫ້.

6 ປະຕິບັດການແບກຫ່າງຈາກຄົນອື່ນຢ່າງເຂັ້ມງວດ ເມື່ອທ່ານກັບເມືອກິນອາຫານຫວ່າງຢູ່ບ້ານເຈົ້າພາບ.

ພາບປະກອບຂ່າວ: ຈາກຕ່າງປະເທດ