ບອກວິທີບຳລຸງດິນງ່າຍໆດ້ວຍປຸ້ຍທຳມະຊາດ ຄືນຄວາມອຸດົມສົມບູນໃຫ້ພື້ນທີ່ສວນ

111

ສຳລັບຄົນທີ່ມັກປູກ ຫຼື ຊາວສວນທັງຫຼາຍຄົງຮູ້ ແລະ ພົບກັບບັນຫານີ້ ທີ່ເວລາເຮົາປູກຫຍັງໄປ ຕອນທຳອິດຜົນລະປູກ ກໍດີ, ຕົ້ນງອກງາມ ດິນດຳນ້ຳຊຸ່ມ, ແຕ່ພໍດົນໆໄປ ປູກຫຍັງກໍບໍ່ງາມ ບາງເທື່ອກໍບໍ່ຂຶ້ນຍ້ອນວ່າດິນຈືດໄປເທື່ອລະໜ້ອຍ ແລະບໍ່ມີການບຳລຸງທີ່ດີນັ້ນເອງ.

ໃນຊ່ວງທີ່ເຮົາມີເວລາຢູ່ເຮືອນແບບນີ້ ມາບຳລຸງດິນ ແລະ ປູກພືດຜັກໄວ້ກິນດີ ກວ່າ ເປັນວິທີໃຊ້ປຸ້ຍທຳມະຊາດ ເຮັດໃຫ້ຜົນຜະລິດງາມ ແຕ່ຖ້າໃຜມີດິນກວ້າງສາມາດປູກຂາຍໄດ້ເລີຍ

ແນະນຳ 3 ສູດ: ສູດທີ 1 ນຳໃບໝາກຂາມ, ໃບກະຖິນ, ໃບຂີ້ເຫຼັກ ທີ່ລົ່ນລົງມາເອົາມາປົນກັນ ແລະ ຫົດນ້ຳໃສ່ 7-10 ມື້ ໃຫ້ມັນຊຸ່ມ ໝັກໄວ້ ຫຼັງຈາກນັ້ນມັນກໍຈະຫຍຸ້ຍ ສາມາດນຳມາປະສົມກັບດິນປູກໃນຖັງ ຫຼື ດິນໄດ້ເລີຍ

ສູດທີ 2 ນ້ຳໃບຜັກຕົບມາສັບເປັນຕ່ອນນ່ອຍໆກອງລວມກັນປະໄວໃຫ້ແຫ້ງປະມານ 2-3 ມື້ ແລ້ວ ກໍລາດດ້ວຍນ້ຳ ຫຼື ນ້ຳປຸຍດອກຖ້າມີ ເອົາກະເປົາປູນປົກໄວ້ປະມານ 7-10 ມື້, ຜັກຕົບກໍຈະຫຍຸບໂຕລົງ ແລະ ມີທາດອາຫານທີ່ສົມບູນ ສາມາດນຳໄປໃສ່ສວນຜັກ ຫຼື ປະສົມດິນເພື່ອປູກໄດ້

ສູດທີ 3 ນຳເປືອກຖົ່ວດິນມາກອງໄວ້ໝັກໄວ້ ປະມານ 3 ອາທິດ ຈົນເປື່ອຍ ນຳໄປໄວ້ໃນຂຸມດິນທີ່ເຮົາຈະປູກ ຫຼື ປະສົມໃນດິນປູກຕົ້ນໄມ້ກໍໄດ້ ຈະຊ່ວຍໃຫ້ດິນຊຸ່ມຊື່ນ, ອຸດົມສົມບູນປູກຫຍັງກໍງອກງາມ.

ຮູ້ແບບນີ້ແລ້ວ ໃຜທີ່ຫາສິ່ງໃດງ່າຍກໍລອງເຮັດເບິ່ງໄດ້ ເປັນກິດຈະກຳເວລາວ່າງໆຊ່ວງຢູ່ບ້ານ ແຖມໄດ້ພືດຜັກງາມ ປາສະຈາກເຄມີ ເຮັດໃຫ້ຮ່າງກາຍແຂງແຮງອີກນຳ.