Miss Universe Laos 2018 ອອນອານົງ ຜູ້ປຸກລະດົມຄວາມຍືນຍົງນອກເວທີປະກວດ

197

ໜຶ່ງສາວງາມຢ່າງສາວ ອອນອານົງ ຫອມສົມບັດ ທີ່ຫຼັງຈາກຄວ້າຕຳແໜ່ງ ມິສຢູນິເວີດສ ລາວ 2018 Miss Universe lao 2018 ເປັນຕົວແທນປະເທດໄປປະກວດ ຄວ້າລາງວັນຊຸດປະຈຳຊາດມາຄອງ

ສ້າງຊື່ສຽງໂດ່ງດັງໃຫ້ກັບປະເທດລາວເຮົາຢ່າງຫຼວງຫຼາຍ ຈາກນັ້ນມາກໍມີວຽກງານ ຖ່າຍແບບ ເດີນແບບໃຫ້ເຫັນຢູ່ ແຕ່ອາດຈະບໍ່ຄ່ອຍເຫັນຫຼາຍ ຈົນບາງຄົນສົງໄສວ່າ ສາວ ອອນອານົງ ໄປເຮັດຫຍັງຢູ່ໃສ ມື້ນີ້ເລີຍມີຄຳຕອບໃຫ້

ປັດຈຸບັນສາວ ອອນ ອອນອານົງ ມິສຢູນິເວີດສ ລາວ 2018 ນອກຈາກການເປັນນາງງາມແລ້ວ ເບື້ອງຫຼັງຍັງໜ້າສົນໃຈຫຼາຍ ເພາະກຳລັງເປັນຜູ້ປຸກລະດົມ ໃນອົງກອນ NGO ແຫ່ງໜຶ່ງ ແລະ ມຸ່ງໝັ້ນພັກດັນດ້ານການທ່ອງທ່ຽວ ເຊື່ອມໂຍງຄົນລະຫວ່າງຊາດຕໍ່ຊາດໃຫ້ໃກ້ຊິດກັນຫຼາຍຂຶ້ນ.

ອົງກອນ NGOs ຫຼື Non-Governmental Organizations ເປັກອົງກອນທີ່ບໍ່ແມ່ນຂອງລັດ ຮູ້ກັນວ່າເປັນອົງກອນທີ່ບໍ່ສະແຫວງຫາຜົນກຳໄລ, ເປັນອົງກອນສະທາລະນະປະໂຫຍດ ຫຼື ອົງກອນພັດທະນາເອກະຊົນ ທີ່ໄດ້ຮັບເງິນຊ່ວຍເຫຼືອຈາກແຫຼ່ງທຶນພາຍນອກ.

ໂດຍສາວອອນອານົງ ມີເປົ້າໝາຍ ຄວາມຫວັງຢາກທີ່ຈະພັດທະນາການທ່ອງທ່ຽວທີ່ຍຶນຍົງໃນບ້ານເກີດ ກໍຄືປະເທດລາວ.

ຊ່າງເປັນຄວາມຄິດທີ່ດີ, ສ້າງສັນໃນການພັດທະນາທັງຕົນເອງ ແລະ ປະເທດຊາດ ທີ່ເລີ່ມຈາກຕົນເອງ ແລະ ຈະຖ່າຍທອດສູ່ຄົນອື່ນ ແນວໃດກໍຕິດຕາມຕໍ່ໄປ ວ່າສາວງາມຄົນນີ້ຈະສ້າງສິ່ງດີໆຫຍັງແດ່ໃຫ້ກັບພວກເຮົາໄດ້ຮູ້ ແລະ ໄດ້ຕິດຕາມ.