ຂ່າວດີມື້ທີ 5! 17 ເມສາ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດເພີ່ມ ແຕ່ຮຽກຮ້ອງທຸກຄົນປະຕິບັດຄຳສັ່ງ 06/ນຍ ຢ່າງເຄັ່ງຄັດ

173

ນັບວ່າເປັນຂ່າວດີຕໍ່ເນື່ອງທີ່ທຸກຄົນລໍຖ້າຟັງ ແລະ ຫວັງໃຫ້ເປັນແບບນີ້ໄປຕະຫຼອດ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 17 ເມສາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມ, ເຮັດໃຫ້ປັດຈຸບັນຍອດລວມຜູ້ຕິດເຊື້ອໂຄວິດໃນລາວ ຍງັຄົງທີ່ 19 ຄົນ ໃນນັ້ນມີ 2 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ສາມາດກັບເຮືອນໄດ້ແລ້ວ.

ໃນວັນທີ 17 ເມສາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-1ຊ ໃນ ສປປ ລາວ ຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດທີ່ເກີດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ນຳໂດຍ ທ່ານ ຮສ.ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການ ຄະນະສະເພາະກິດ ໂດຍມີພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ໃນໂອກາດດັ່ງກ່າວທ່ານ ຮສ.ດຣ ພູທອນ ເມືອງປາກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການເຝົ້າລະວັງ ແລະ ວິເຄາະ ພະຍາດດັ່ງກ່າວມາຮອດວັນທີ 16 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 10 ຄົນ, ໃນນີ້ ມີ ນະຄອນຫຼວງວຽງຈັນ 08 ຄົນ ແລະ ສະຫວັນນະເຂດ 02 ຄົນ ເຊິ່ງແມ່ນແຮງງານລາວທີ່ກັບມາແຕ່ໄທ, ເຊິ່ງຜົນກວດທັງໝົດ 10 ກໍລະນີ ບໍ່ພົບເຊື້ອ.

ນັ້ນໝາຍຄວາມວ່າໃນວັນທີ 16 ເມສາ 2020 ບໍ່ມີກໍລະນີຜູ້ຕິດເຊື້ອໃໝ່. ດັ່ງນັ້ນ, ນັບແຕ່ເດືອນມັງກອນ ຮອດ ວັນທີ 16 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1.291 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ ຖືວ່າເປັນມື້ທີ 5 ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ. ນອກຈາກນີ້ ຜູ້ຕິດເຊື້ອທີ່ປິ່ນປົວຢູ່ໂຮງໝໍ ກໍ່ໄດ້ອອກໂຮງໝໍແລ້ວ 2 ຄົນ, ແຕ່ພວກເຮົາ ຈະບໍ່ໄດ້ລົດລະ ການເຝົ້າລະວັງ ຕິດຕາມຄົ້ນຫາ ກໍລະນີຜູ້ສົງໄສທີ່ຈະຕິດເຊື້ອ ເພື່ອມາກວດວິເຄາະ ຢັ້ງຢືນພະຍາດໃຫ້ໄດ້ໄວ ແລະ ປິ່ນປົວຢ່າງທັນການ.

ທ່ານ ຮສ. ດຣ ພູທອນ ເມືອງປາກ ກ່າວຕື່ມວ່າ: ຂໍຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມໄມ້ຮ່ວມມືເປັນເຈົ້າການຮ່ວມກັນປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳຕ່າງໆຢ່າງເຂັ້ມງວດ ເພື່ອໃຫ້ສະພາບການລະບາດຂອງພະຍາດໂຄວິດຜ່ອນຄາຍລົງ ຈີ່ງຈະສາມາດກັບມາດຳລົງຊີວິດຕາມປົກກະຕິໄດ້. ຍ້ອນວ່າສະພາບການລະບາດທົ່ວໂລກຍັງສືບຕໍ່ ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພິ່ມຂຶ້ນເປັນປະຈຳແຕ່ລະວັນ.