ນັກຮຽນ-ຜູ້ປົກຄອງສືບຕໍ່ຕິດຕາມການສອນຜ່ານໂທລະພາບ-ສື່ອອນລາຍ ໃນໄລຍະພັກໂຮງຮຽນ

406

ກະຊວງສຶກສາທິການ ແລະ ກິລາໄດ້ຈັດການຮຽນການສອນຜ່ານທາງໂທລະພາບ, ລາຍການວິທະຍຸ ແລະ ສື່ອອນລາຍຕ່າງໆສໍາລັບສາຍສາມັນສຶກສາ ເພື່ອຊ່ວຍ ໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງ ແລະ ສືບຕໍ່ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ ຮ່ວມກັບພໍ່ແມ່-ຜູ້ປົກຄອງຢູ່ເຮືອນ

ອີງຕາມ ແຈ້ງການ ຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ເລກທີ 1154/ຫກ ລົງວັນທີ 15 ເມສາ 2020 ກ່ຽວກັບການ ໃຫ້ຕິດຕາມການສອນຜ່ານລາຍການໂທລະພາບສຶກສາ ແລະ ກິລາ ແລະ ສື່ຕ່າງໆໃນໄລຍະໂຈະການຮຽນ-ການສອນຢູ່ສະຖານການສຶກສາ.

ພາບປະກອບ

ຫ້ອງການກະຊວງສຶກສາທິການ ແລະ ກິລາຂໍຖືເປັນກຽດ ແຈ້ງມາຍັງພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງຊາບວ່າ ໃນຂະນະທີ່ມີການໂຈະການຮຽນການສອນໃນສະຖານການສຶກສາໃນຂອບເຂດທົ່ວປະເທດເພື່ອປ້ອງກັນການແຜ່ລະ ບາດຂອງພະຍາດອັກເສບປອດອັນເນື່ອງມາຈາກເຊື້ອຈຸລະໂລກສາຍພັນໃຫມ່ ໂຄວິດ-19, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດການຮຽນການສອນຜ່ານທາງໂທລະພາບ, ລາຍການວິທະຍຸ ແລະ ສື່ອອນລາຍຕ່າງໆສໍາລັບສາຍສາມັນສຶກສາ ທັງນີ້ກໍເພື່ອຊ່ວຍ ໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງ ແລະ ສືບຕໍ່ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ ຮ່ວມກັບພໍ່ແມ່-ຜູ້ປົກຄອງຢູ່ເຮືອນ.

ພາບປະກອບ

ເພື່ອເຮັດໃຫ້ການຕິດຕາມການສອນດັ່ງກ່າວໄດ້ຮັບຜົນດີ, ຫ້ອງການກະຊວງສຶກສາທິການ ແລະ ກິລາຈຶ່ງແຈ້ງມາຍັງທຸກ ພາກສ່ວນຊາບດັ່ງນີ້:

1 ໃຫ້ຄູ, ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນປະຖົມຕິດຕາມການສອນທາງໂທລະພາບສຶກສາ ແລະ ກິລາ ໃນ 3 ວິຊາ ຄື: ພາສາລາວ, ຄະນິດສາດ ແລະ ພາສາອັງກິດ ຜ່ານໂທລະພາບແຫ່ງຊາດລາວຊ່ອງ 1 ໃນຕອນເຊົ້າ ເວລາ 8:00 ຫາ 8:30 ແລະ ຕອນບ່າຍເວລາ 15:00 ຫາ 15:30 ຂອງທຸກວັນຈັນ ເຖິງ ວັນສຸກ ແລະ ອອກຊໍ້າຄືນໃນວັນເສົາ ແລະ ວັນອາທິດ.

ພາບປະກອບ

2 ໃຫ້ຄູ, ນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນປະຖົມຕົດຕາມລາຍການວິທະຍຸສຶກສາ ແລະ ກິລາ ທີ່ສະຖານີວິທະຍຸ ກະຈາຍສຽງແຫ່ງຊາດໃນລະບົບຄື້ນກາງ AM 567 KHz ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 9:00 ຫາ 09:30 ໂມງ, ວັນເສົາ ແລະ ວັນອາທິດໃນລະບົບ FM 101,5 MHz, ເລີ່ມແຕ່ເວລາ 14:30 ຫາ 15:00 ໂມງທີ່ສະຖານີວິທະຍຸກະຈາຍສຽງ ແຫ່ງຊາດລາວ.

3 ບັນດາວິດີໂອບັນທຶກການສອນທາງໂທລະພາບສໍາລັບຊັ້ນປະຖົມສຶກສາ, ຊັ້ນມັດທະຍົມສຶກສາ ແລະ ສື່ເອເລັກໂຕຣນິກ ຕ່າງໆໄດ້ເອົາອອກທາງເວັບໄຊ ແລະ ຜ່ານທາງ YouTube ຕາມທີ່ຢູ່ດັ່ງນີ້: www.moes.edu.la/ries, ເຟສບຸກເຟດ Edu-Sport N online, YouTube ຕາມດ້ວຍຊື່ເວບໄຊຂອງ ສວສ ດີ Education Technology Center/Aids ຫຼື ໃຊ້ Program QR code ໂດຍສະແກນ QR Code ຂອງສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຕາມຮູບລຸ່ມນີ້:

ບ່ອນໃດມີເງື່ອນໄຂກໍຂໍໃຫ້ຄູ ຫຼື ພໍ່ແມ່-ຜູ້ປົກຄອງນັກຮຽນດາວໂຫຼດວິດີໂອແລ້ວເປີດ ແລະ ແນະນໍາໃຫ້ນັກຮຽນ ຫຼື ລູກຫຼານ ຂອງຕົນຕິດຕາມຊົມ ແລະ ຮໍ່າຮຽນໄດ້.

4 ສໍາລັບເຂດຫ່າງໄກສອກຫຼີກທີ່ບໍ່ມີອິນເຕີເນັດ, ນັກຮຽນສາມາດເຂົ້າຊົມຜ່ານທາງໂທລະພາບ ຫຼື ຟັງວິທະຍຸໄດ້, ນອກຈາກ ນີ້ຖ້າສະພາບມີຄວາມປອດໄພ, ໃຫ້ຜູ້ບໍລິຫານໂຮງຮຽນ ແລະ ຄູຈັດຕັ້ງການຮຽນ-ການສອນເປັນກຸ່ມນ້ອຍ, ແນະນໍານັກຮຽນ ຄົ້ນຄວ້າຮໍ່າຮຽນດ້ວຍຕົນເອງ ແລະ ຕິດຕາມຜົນການຮຽນຂອງນັກຮຽນດ້ວຍຫຼາຍວິທີທີ່ເໝາະສົມ ເຊັ່ນ: ໃຫ້ນັກຮຽນສົ່ງວຽກບ້ານ ຢ່າງຫນ້ອຍຫນຶ່ງຄັ້ງຕໍ່ອາທິດ, ພ້ອມນີ້ກໍໃຫ້ແນະນໍາການພັດທະນາການສຶກສາຂັ້ນບ້ານຕິດຕາມການຮຽນຂອງນັກຮຽນຢູ່ເຮືອນ ແລະ ແນະນໍາພໍ່ແມ່-ຜູ້ປົກຄອງຊ່ວຍແນະນໍາລູກຫຼານຮຽນຢູ່ເຮືອນ. ໃນການດໍາເນີນກິດຈະກໍາການຮຽນ-ການສອນຕ້ອງປະຕິບັດ ຕາມຄໍາແນະນໍາຢູ່ຫ່າງກັນ, ບໍ່ໃຫ້ເປັນກຸ່ມໃຫຍ່ ເກີນ 10 ຄົນ ແລະ ແອອັດ.

ພາບປະກອບ

5 ການສອນທາງໂທລະພາບສໍາລັບຊັ້ນມັດທະຍົມສຶກສາຈະດໍາເນີນໃນມໍ່ໆນີ້ (ລາຍລະອຽດຈະແຈ້ງໃຫ້ຊາບຕາມພາຍຫຼັງ).