ວິທີເຮັດ “ກາເຟຟອງ” ກິນເອງງ່າຍໆໃນຊ່ວງກັກໂຕ

275

ໄລຍະນີ້ ຖືເປັນຊວງທີ່ທຸກຄົນກັນໂຕຢູ່ເຮືອນບໍ່ໄດ້ອອກໄປໃສ ແລະ ກຳລັງຫາເຄື່ອງດື່ມຢູ່ ລອງມາເຮັດສູດ ກາເຟຟອງ ກິນເອງງ່າຍໆ ສ່ວນປະສົມມີພຽງແຕ່ 4 ຢ່າງ ເຊັ່ນ: ກາເຟ, ນ້ຳຕານ, ນ້ຳຮ້ອນ ແລະ ນົມ ກໍ່ໄດ້ເຄື່ອງດື່ມແຊບໆ ຟອງນຸມນວນໄວ້ດື່ມແກ້ຮ້ອນກັນເລີຍ  ເຮົາມາເບີ່ງ ວັດຖຸ ແລະ ວິທີເຮັດນຳກັນເລີຍ

ວັດຖຸດິບ:

1 ກາເຟ 5 ບ່ວງແກງ

2 ນໍ້າຕານ 5 ບ່ວງແກງ

3 ນໍ້າຮ້ອນ 5 ບ່ວງແກງ

4 ນົມສົດ 2/3 ຈອກກາເຟ

ວິທີເຮັດ:

1 ເລີ່ມດ້ວຍການຊົງກາເຟດ້ວຍສັດສ່ວນ ນໍ້າຕານ ແລະ ນໍ້າຮ້ອນ ເທົ່າກັນ

2 ຈາກນັ້ນຕີຈົນສ່ວນປະສົມທັງໝົດເຂົ້າກັນ ແລະ ຕັ້ງເປັນຍອດອ່ອນເປັນອັນໃຊ້ໄດ້

3 ໃສ່ນົມລົງໄປ 2/3 ໃນຈອກກາເຟ ໃນຂະໜາດພໍດີ ເພາະກາເຟລົດຊາດເຂັ້ມຂຸ້ນ ບີບຟອງຕົບແຕ່ງຕາມມັກ ກໍ່ຈະໄດ້ ເຄື່ອງດື່ມກາເຟຟອງ ລົດຊາດນຸມນວນ ເຂັ້ມຂຸນ ແລະ ດື່ມໄດ້ເລີຍ.

ຮຽງຮຽງຈາກ: Naibann