ຊົມເຊີຍ! ບໍລິສັດ ຊັນເປເປີ້ໂຮນ ດິ້ງລາວຈໍາກັດ ມອບຜ້າອັດປາກ ມູນຄ່າ 800 ລ້ານກີບ ແກ່ສະຫວັນນະເຂດ

118

ໃນສະພາບທີ່ປະເທດເຮົາກໍາລັງພົບວິກິດແບບນີ້ ກໍ່ຍັງສະແດງໃຫ້ເຫັນໄດ້ເຖິງຄວາມມີນໍ້າໃຈຂອງເພື່ອນຮ່ວມຊາດ ໃນການໃຫ້ການຊ່ວຍເຫຼືອແກ່ພາກລັດທັງສູນກາງ ແລະ ທ້ອງຖິ່ນ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ລະບາດ, ໂດຍຫຼ້າສຸດ ບໍລິສັດ ຊັນເປເປີ້ໂຮນດິ້ງ ລາວຈໍາກັດ ມອບຜ້າອັດປາກ ຈໍານວນ 185.000 ອັນ ມູນຄ່າ 800 ລ້ານກີບ ໃຫ້ແກ່ແຂວງສະຫວັນນະເຂດ.

ໃນຕອນບ່າຍວັນທີ 16 ເມສາ 2020 ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ມີປະທານບໍລິສັດຊັນເປເປີ້ໂຮນ ດິ້ງລາວຈໍາກັດໄດ້ນຳເອົາ (ຜ້າອັດປາກ) ຈໍານວນ 185.000 ແຜ່ນ ມູນຄ່າ 800 ລ້ານກວ່າກີບ ມອບໃຫ້ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ເພື່ອສົ່ງຕໍ່ໃຫ້ແພດໝໍລວມທັງປະຊາຊົນຜູ້ທີ່ຂາດເຂີນນຳໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19, ເຊິ່ງກ່າວຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ,.

ທັງນີ້ກໍ່ເພື່ອ ປະກອບສ່ວນນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ19 ໃຫ້ບັນດາເມືອງ 14 ເມືອງ 1 ນະຄອນ ທີ່ສູນຕາມກັກກັນຊົ່ວຄາວ 14 ວັນ ໃນສູນແຫ່ງຕ່າງໆພາຍໃນແຂວງ ເພາະເປັນເຄື່ອງມືທາງການແພດອັນໜຶ່ງ ທີ່ສໍາຄັນ ຂອງເຈົ້າໜ້າທີ່ສະເພາະກິດ ແລະ ພະນັກງານແພດໝໍໃນການຕິດຕາມກວດກາດ້ານສຸຂະພາບ ຂອງປະຊາຊົນ ກໍຄືກຸ່ມຄົນທີ່ມີຄວາມສ່ຽງ ຈາກການຕິດເຊື້ອພະຍາດ ໂຄວິດ 19 ທັງເປັນການປະຕິບັດວຽກຕົວຈິງຢ່າງໃກ້ຊິດກັບກຸ່ມເປົ້າໝາຍ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດດຽວກັນນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດຊັນເປເປີ້ໂຮນດິ້ງລາວຈໍາກັດ ທີ່ໄດ້ປະກອບສ່ວນຊຸກຍູ້ຊ່ວຍເຫຼືອສັງຄົມ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິ 19 ກໍ່ຄືວຽກງານອັນສຳຄັນ ແລະ ຕ້ອງການຮີບດ່ວນ ເພື່ອພ້ອມກັນກ້າວຜ່ານວິກິດຄັ້ງນີ້ໄປດ້ວຍດີ,ຈາກນັ້ນກໍ່ໄດ້ມອບໃຫ້ພະແນກສາທາລະນະສຸກແຂວງ ແລະ ຫ້ອງວ່າການປົກຄອງແຂວງເພື່ອແຈກຢາຍໃຫ້ປະຊາຊົນໃນແຕ່ລະເມືອງ ທີ່ຢູ່ຕາມສູນກັກກັນຕ່າງໆໄດ້ນຳໃຊ້.