ຂ່າວດີຕໍ່ເນື່ອງ! 16 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ຜູ້ປ່ວຍປິ່ນປົວດີອອກໂຮງໝໍແລ້ວ 2ຄົນ

278

ນັບວ່າເປັນຂ່າວດີຢ່າງຕໍ່ເນື່ອງ 4ມື້ລຽນຕິດ ທີ່ກະຊວງສາທາລະນະສຸກໄດ້ອອກມາຢືນຢັນໃນວັນທີ 16 ເມສາ 2020 ວ່າ ນອກຈາກ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມໃນມື້ນີ້ແລ້ວ, ຍັງມີຂ່າວດີຜູ້ປ່ວຍກໍລະນີທີ 12 ແລະ 14 ສາມາດປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ.

ໃນວັນທີ 16 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຄວບຄຸມພະຍາດໂຄວິດ-19, ກະຊວງສາທາລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມດ້ວຍຄະນະ ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວວ່າ: ໃນວັນທີ 15 ເມສາ 2020, ໄດ້ ເກັບຕົວຢ່າງມາກວດທັງໝົດ 23 ຄົນ, ໃນນັ້ນມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 02 ຄົນ, ກໍລະນີມີອາການສົງໄສ 21 ຄົນ (ໃນນີ້ມີແຮງງານລາວທີ່ກັບມາແຕ່ໄທ 01 ຄົນ. ໃນຈຳນວນ 23 ຄົນທີ່ມາກວດນັ້ນມີນະຄອນຫຼວງວຽງຈັນ 19 ຄົນ ແລະ ຕ່າງແຂວງ 04 ຄົນ ເຊິ່ງຜົນກວດທັງໝົດ 23 ກໍລະນີ ແມ່ນບໍ່ພົບເຊື້ອ. ນັ້ນໝາຍຄວາມວ່າຜູ້ຕິດເຊື້ອໂຄວິດ-1ຊ ໃນ ສປປ ລາວ ຍັງຄົງທີ່ 19 ກໍລະນີ.

ດັ່ງນັ້ນ, ນັບແຕ່ເດືອນມັງກອນ ຮອດ ວັນທີ 15 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1.288 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ. ຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ – 15 ເມສາ 2020 ມີ ທັງໝົດ 488 ຄົນ, ໝົດກໍານົດຕິດຕາມທັງໝົດ 420 ຄົນ, ຍັງສືບຕໍ່ຕິດຕາມ 68 ຄົນ.

ສ່ວນການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນຍັງນອນຢູ່ໂຮງໝໍ 17 ຄົນ, 2 ຄົນໄດ້ອອກໂຮງໝໍ ເຊິ່ງແມ່ນຜູ້ຕິດເຊື້ອກໍລະນີທີ 12 ແລະ ກໍລະນີທີ 14 ແມ່ນອອກໂຮງໝໍມື້ເຊົ້ານີ້. ສ່ວນຜູ້ປ່ວຍຈຳນວນ 3 ຄົນຢູ່ໂຮງໝໍແຂວງຫຼວງພະບາງ ເຫັນວ່າມີອາການຊົງຕົວ ຂັ້ນເບົາບາງ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ. ສ່ວນຜູ້ປ່ວຍຈຳນວນ 14 ຄົນຢູ່ໂຮງໝໍມິດຕະພາບ ທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມການກວດຫາເຊື້ອເພື່ອຢັ້ງຢືນ.