ປະຊາຊົນອາເມຣິກາ ເລິ່ມໄດ້ຮັບເງິນຊ່ວຍເຫຼືອຄັ້ງດຽວຈາກລັດຖະບານ

96

ປະຊາຊົນອາເມຣິກາ ທີ່ມີຄຸນສົມບັດຕາມເງື່ອນໄຂຂອງລັດຖະບານສະຫະລັດ ເລິ່ມໄດ້ຮັບເງິນຊ່ວຍເຫຼືອຄັ້ງດຽວ ສະເລ່ຍເກືອບ 11 ລ້ານກີບ ເພື່ອໃຊ້ຈ່າຍໃນການລົງຊີວິດ ໄລຍະວິກິດການແຜ່ລະບາດໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 15 ເມສາ ວ່າ ສຳນັກງານພາສີແຫ່ງຊາດຂອງສະຫະລັດ ຖະແຫຼງການວ່າ ປະຊາຊົນອາເມຣິກາເຊິ່ງມີຄຸນສົມບັດຜ່ານເກນເລິ່ມໄດ້ຮັບເງິນຊ່ວຍເຫຼືອຄັ້ງດຽວຈາກລັດຖະບານ ຕັ້ງແຕ່ວັນພຸດ ທີ 15 ເມສາ ເພື່ອໃຊ້ໃນການດຳລົງຊີວິດປະຈຳວັນ ໄລຍະການແຜ່ລະບາດຄອງໂຄວິດ-19 ໂດຍມາດຕະການທາງເສດຖະກິດດັ່າງກ່າວເປັນສ່ວນໜຶ່ງຂອງງົບປະມານສຸກເສີນ 2 ພັນຕື້ໂດລາ (ປະມານ 17,90 ລ້ານຕື້ກີບ).

ທັງນີ້, ທ່ານສະຕີຟ ມະນູຊິນ ລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ອະທິບາຍວ່າ ເງິນຊ່ວຍເຫຼືອດັ່ງກ່າວ ໄດ້ຈ່າຍແບບໂອນເຂົ້າບັນຊີໂດຍກົງຂອງບຸກຄົນ ຫຼື ຄົວເຮືອນທີ່ລົງທະບຽນໄວ້ກັບສຳນັກງານພາສີແຫ່ງຊາດ ເຊິ່ງມີປະຊາຊົນຝາກບັນຊີໄວ້ຫຼາຍກວ່າ 80 ລ້ານຄົນ ແຕ່ຖ້າບໍ່ໄດ້ລົງທະບຽນຮູບແບບດັ່ງກ່າວ ລັດຖະບານຈະສົ່ງເປັນແຊັກເງິນສົດຜ່ານທາງໄປສະນີ ເຖິງຈະໃຊ້ເວລາດົນ ແຕ່ທ່ານກໍ່ຢືນຢັນວ່າໄດ້ຮັບທຸກຄົວເຮືອນ.

ໃນຂະນະດຽວກັນ, ທ່ານມະນູຊິນ ໄດ້ອະທິບາຍກ່ຽວກັບມາດຖານຂອງເກນການຈັດສັນເງິນຊ່ວຍເຫຼືອ ວ່າ ສຳລັບ “ຄອບຄົວມາດຕະຖານຜ່ານເກນ” ແມ່ນປະກອບດ້ວຍພໍ່ແມ່ ແລະ ລູກສອງຄົນ ຈະໄດ້ຮັບເງິນ 3 ພັນໂດລາ (ປະມານ 26 ລ້ານກີບ), ຂະນະທີ່ ເປັນບຸກຄົນໄດ້ຮັບເງິນຊ່ວຍເຫຼືອສູງສຸດ 1.200 ໂດລາ. (ປະມານ 10,79 ລ້ານກີບ), ແຕ່ຖ້າກໍລະນິບຸກຄົນທີ່ມີລາຍໄດ້ຕໍ່ປີ ເກີນ 90 ພັນໂດລາ (ປະມານ 809 ລ້ານກີບ) ແລະ ຄູ່ຜົວເມຍ ທີ່ມີລາຍໄດ້ຕໍ່ປີລວມກັນ ຫຼາຍກວ່າ 198.000 ໂດລາ (ປະມານ 1,78 ຕື້ກີບ) ແມ່ນບໍ່ມີສິດໄດ້ຮັບເງິນຊ່ວຍເຫຼືອລ້າ.

ອີກປະການໜຶ່ງ ການມອບຄວາມຊ່ວຍເຫຼືອດ້ານການເງິນຂອງລັດຖະບານໂດນັລ ທຣຳ ໃຫ້ແກ່ປະຊາຊົນໃນຄັ້ງນີ້ ເກີດຂຶ້ນລະຫວ່າງສະພາວະເສດຖະກິດສະຫະລັດຖົດຖອຍລົງຕ່ຳທີ່ສຸດ ນັບຕັ້ງແຕ່ສິ້ນສຸດສົງຄາມໂລກ ຄັ້ງທີ 2. ໂດຍນັບຕັ້ງແຕ່ຕົ້ນເດືອນເມສານີ້ ປະຊາຊົນອາເມຣິກາຫຼາຍກວ່າ 17 ລ້ານຄົນ ໄດ້ລົງທະບຽນເປັນຄົນຫວ່າງວຽກ ເພື່ອຂໍຮັບສະຫວັດດີການຈາກກະຊວງແຮງງານ.