ອົງການອະນາໄມໂລກ ຂະຫຍາຍໄລຍະພະວະສຸກເສີນອີໂບລາ ໃນປະເທດຄອງໂກ

229

ອົງການອະນາໄມໂລກໄດ້ຂະຫຍາຍເວລາ ປະກາດສະຖານະການແຜ່ລະບາດໄວຣັສອີໂບລາ ໃນສາທາລະນະລັດ ປະຊາທິປະໄຕຄອງໂກ ຍັງເປັນ “ພາວະສຸກເສີນດ້ານສາທາລະນະສຸກສາກົນ” ຫຼັງຈາກ ຍັງກວດພົບຜູ້ເສຍຊີວິດເພິ່ມອີກ 2 ຄົນ ໃນໄລຍະໂຄ້ງສຸດທ້າຍຂອງການປິດປະເທດ ເຊິ່ງມີກຳນົດປະກາດເປີດປະເທດໃນຕົ້ນອາທິດ ຜ່ານມານີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນພຸດ ທີ 15 ເມສາ ວ່າ ອົງການອະນາໄມໂລກ (WHO) ຖະແຫຼງການກ່ຽວກັບສະຖານະການແຜ່ລະບາດຂອງເຊື້ອໄວຣັສອີໂບລາ ໃນສາທາລະນະລັດປະຊາທິປະໄຕຄອງໂກ (DR Congo) ວ່າ ໃນຂະນະທີ່ ຄວາມສ່ຽງຂອງການແຜ່ລະບາດຢູ່ລະດັບຕ່ຳລະຫວ່າງປະເທດ ແຕ່ສະພາບການດັ່ງກ່າວຍັງຕົກຢູ່ໃນຄວາມວິຕົກກັງວົນຂອງປະເທດອ້ອມຂ້າງ ເນື່ອງຈາກຍັງຕ້ອງການຄວາມຮ່ວມມື ແລະ ການສະໜັບສະໜູນຈາກສາກົນ ໂດຍສະເພາະການພັດທະນາຢາປິ່ນປົວ.

ທັງນີ້, ອົງການອະນາໄມໂລກ ແລະ ລັດຖະບານດີອາ ຄອງໂກ ກຳລັງກຽມປະກາດໃຫ້ການລະບາດຂອງເຊື້ອໄວຣັສອີໂບລາ ໃນປະເທດຄອງໂກ ຄັ້ງນີ້ ເຊິ່ງເປັນຄັ້ງທີ 10 ນັບແຕ່ມີການຄົ້ນພົບພະຍາດດັ່ງກ່າວ ທີ່ເລິ່ມລະບາດຢູ່ເທິງໂລກ ເມື່ອປີ 1976 ແລະ ຍືດເຍື້ອມາຕັ້ງແຕ່ເດືອນສິງຫາ ປີ 2018 ໃຫ້ສິ້ນສຸດລົງຢ່າງເປັນທາງການ ໃນວັນທີ 12 ເມສາ ຜ່ານມາ ພ້ອມທັງເປີດປະເທດ ແຕ່ພາຍຫຼັງທີ່ລັດຖະບານປະກາດພາວະສຸກເສີນເມື່ອກາງປີ 2019 ໂດຍເງື່ອນໄຂການຍົກເລີກພາວະສຸກເສີນນັ້ນ ມີກຳນົດໄລຍະ 42 ວັນ ຫຼັງຈາກຜູ້ປ່ວຍຄົນສຸດທ້າຍປິ່ນປົວເຊົາ ແລະ ອອກຈາກໂຮງໝໍ ເມື່ອວັນທີ 3 ມີນາ ຜ່ານມາ ໂດຍໃນໄລຍະດັ່ງກ່າວບໍ່ຕ້ອງມີຜູ້ປ່ວຍໃໝ່.

ຢ່າງໃດກໍ່ຕາມ, ພຽງບໍ່ດົນກ່ອນການປະກາດຢຸດຕິການແຜ່ລະບາດຂອງພະຍາດ ສາທາລະນະລັດ ປະຊາທິປະໄຕຄອງໂກ ໄດ້ກັບມາກວດພົບຜູ້ປ່ວຍໃໝ່ ເປັນຊາຍ ອາຍຸ 26 ປີ ເຊິ່ງເສຍຊີວິດ ຫຼັງຈາກລົ້ມປ່ວຍໄດ້ບໍ່ດົນ ຄົນທີ່ 2 ເປັນແອນ້ອຍ ອາຍຸ 11 ເດືອນ ເສຍຊີວິດລົງຢ່າງວ່ອງໄວຫຼັງຕິດເຊື້ອ ແລະ ຫຼັງຈາກນັ້ນ ກໍ່ພົບຜູ້ປ່ວຍໃໝ່ອີກໜຶ່ງຄົນ ເຊິ່ງຍັງຢູ່ໃນຂັ້ນຕອນການປິ່ນປົວ ມາເຖິງປັດຈຸບັນ, ມີຜູ້ເສຍຊີວິດສະສົຢ່າງໜ້ອຍ 2.268 ຄົນ ຈາກຈຳນວນຜູ້ຕິດເຊື້ອທັງໝົດ 3,805 ຄົນ.