ເອີຣົບ ພົບຜູ້ຕິດເຊື້ອກວ່າລ້ານຄົນ ຫຼື ເຄິ່ງໜຶ່ງຂອງຜູ້ຕິດເຊື້້ອໂຄວິດທົ່ວໂລກ

69

ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນພຸດ ທີ 15 ເມສາ ວ່າ ຈາກການເກັບກຳຂໍ້ມູນຂອງແຕ່ລະປະເທດ ແລະ ອົງການອະນາໄມໂລກ ຈົນເຖິງ ວັນພຸດ ທີ 15 ເມສາ ພົບວ່າ ຜູ້ຕິດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ຢ່າງໜ້ອຍ 1.003.284 ຄົນ ແລະ ເສຍຊີວິດ 84.465 ຄົນ ໃນເອີຣົບ ຖືວ່າເປັນທະວີບທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃນຂະນະນີ້ ເຊິ່ງຜູ້ຕິດເຊື້ອທົ່ວໂລກມີຈຳນວນປະມານ 1.981.239 ຄົນ ແລະ ເສຍຊີວິດ 126.681 ຄົນ.

ກະຊວງສາທາລະນະສຸກສະເປນຖະແຫຼງວ່າ ຜູ້ປ່ວຍທີ່ເສຍຊີວິດຈາກພະຍາດໂຄວິດ-19 ເມື່ອວັນພຸດ ທີ 15 ເມສາ ມີ 523 ຄົນ ເສຍຊີວິດສະສົມເປັນ 18.579 ຄົນ ແລະ ຕິດເຊື້ອສະສົມ 177.633 ຄົນ.