ຂ່າວດີຕໍ່ເນື່ອງ! 15 ເມສາ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃນ ສປປ ລາວ ແຕ່ຢ່າຖືເບົາ ຕ້ອງປະຕິບັດຕາມຄໍາສັ່ງເລກທີ 06/ນຍ ຢ່າງເຄັ່ງຄັດ

78

ນັບວ່າເປັນຂ່າວດີລຽນຕິດທີ່ຫຼາຍຄົນຢາກໄດ້ຍິນແບບນີ້ຢູ່ຕະຫຼອດ ຫຼັງສາທາອອກມາຢືນຢັນ ມື້ນີ້ 15 ເມສາ 2020 ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດລວມຜູ້ຕິດເຊື້ອໃນ ສປປ ລາວ ຍັງຄົງທີ່ 19 ກໍລະນີ.

ໃນວັນທີ 15 ເມສາ 2020 ເວລາ 14:30, ທີ່ສູນປະຕິບັດງານ ຄະນະສະເພະກິດ ຄວບຄຸມພະຍາດໂຄວິດ-19, ກະຊວງສາທາລະນະສຸກ ໄດ້ມີການຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ພ້ອມຄະນະດ້ວຍ ແລະ ມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ ດຣ. ພູທອນ ເມືອງປາກ ກ່າວວ່າ: ສະພາບການຄວບຄຸມ ແລະ ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ໃນວັນທີ 14 ເມສາ 2020 ພວກເຮົາໄດ້ເກັບຕົວຢ່າງກວດຜູ້ຢູ່ໃນກໍລະນີສົງໄສທັງໝົດ 30 ກໍລະນີ, ຢູ່ນະຄອນຫຼວງວຽງຈັນ 21 ກໍລະນີ ແລະ ຕ່າງແຂວງ 9 ກໍລະນີ. ຜ່ານຜົນກວດບໍ່ພົບຜູ້ຕິດເຊື້ອ ແລະ ຖືເປັນຂ່າວດີ ເຊິ່ງເປັນເວລາ 3 ວັນຕິດຕໍ່ກັນແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມໃນ ສປປ ລາວ.

ສະນັ້ນ, ມາຮອດວັນທີ 15 ເມສາ 2020 ຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ ລວມມີທັງໝົດ 19 ຄົນ. ໃນນັ້ນຢູ່ແຂວງຫຼວງພະບາງ 3 ຄົນ, ຢູ່ນະຄອນຫຼວງວຽງຈັນ 15 ຄົນ ໂດຍປິ່ນປົວຫາຍດີ 1 ຄົນ ( ກໍລະນີທີ 12 ) ຢູ່ນະຄອນຫຼວງວຽງຈັນ ທີ່ໄດ້ອອກຈາກໂຮງໝໍແລ້ວໃນວັນທີ 14 ເມສາ 2020 ຜ່ານມາ.

ສ່ວນສະພາບການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 15 ເມສາ 2020, ທົ່ວໂລກມີ 210 ປະເທດ/ເຂດ ທີ່ມີການລະບາດ, ມີກໍລະນີຢັ້ງຢືນ ຜູ້ຕິດເຊື້ອທັງໝົດ 1.992.189; ເສຍຊິວິດ 126.066 ແລະ ປີ່ນປົວຫາຍດີ 467.207 ຄົນ. ມີບາງປະເທດ ຈຳນວນຄົນຕິດເຊື້ອມື້ດຽວ ມີເຖິງ 26.294 ຄົນ ແລະ ເສຍຊີວິດຫຼາຍກວ່າ 2.369 ຄົນ ຕໍ່ມື້ ແລະ ອົງການອະນາໄມໂລກໄດ້ປັບອັດຕາຄວາມຮ້າຍແຮງເພີ່ມຂື້ນເປັນ 6,32%.

ພ້ອມດຽວກັນນັ້ນ, ຄະນະສະເພາະກິດ ຍັງໄດ້ຮຽກຮ້ອງໃຫ້ທຸກໆຄົນ ເອົາໃຈໃສ່ຮ່ວມມືທີ່ສຸດ ໃນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 06/ນຍ ຢ່າງເຂັມງວດ, ຈຳກັດການເດີນທາງ, ຈຳກັດການອອກເຮືອນ ຖ້າບໍ່ມີຄວາມຈຳເປັນແທ້, ໃຫ້ມີການຮັກສາໄລຍະຫ່າງ, ຫຼີກລ່ຽງ ງານຊຸມແຊວເປັນກຸ່ມ, ການປະກອບວຽກງານ ທາງສາດສະໜາກໍ່ຄວນປະຕິບັດ ແບບ ບໍ່ມີການລວມກຸ່ມໃຫຍ່. ແລະ ຂໍອວຍພອນປີໃໝ່ໃຫ້ບັນດາຜູ້ນຳພັກ-ລັດ, ພະນັກງານ, ລັດຖະກອນ ຕະຫຼອດເຖີງພໍ່ແມ່ປະຊາຊົນບັນດາເຜົ່າທຸກທ່ານ ຈົ່ງມີສຸຂະພາບແຂງແຮງມີ ຄວາມຜາສຸກ ແລະ ໂຊກດີປີໃໝ່.