ບໍ​ລິ​ສັດ ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກຟຣີ ເຂົ້າສານ,ໄຂ່,ໝີ່ ເລີ່ມ​ມື້​ນີ້

304

ຄົນ​ລາວ​ຊ່ວຍ​ເຫຼືອ​ກັນ, ຫຼາຍໆ​ຄົນ ຫຼາຍ​ບໍ​ລິ​ສັດ ເຫັນ​ໄດ້​ເຖິງ​ຄວາມ​ສຳ​ຄັນ ແລະ ວິ​ກິດ. ດັ່ງບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ປະກາດແຈກຟຣີ! ເຂົ້າສານ,ໄຂ່,ໝີ່ ແລະ ອື່ນໆ…

ປະຊາຊົນທ່ານໃດກາຍໄປກາຍມາເຊີນມາຮັບເອົານໍ້າຈິດນໍ້າໃຈທີ່ຄອບຄົວບໍລິສັດສີສົມບັດພວກເຮົາມອບໃຫ້. ຖ້າຫາກທ່ານໃດຕັ້ງໃຈຈະມາພວກເຮົາຂໍແນະນຳໃຫ້ຄອບຄົວໜຶ່ງມາຄົນໜຶ່ງ ເພື່ອບໍ່ໃຫ້ມີການແອອັດ ເພື່ອປົກປ້ອງສຸຂະພາບຂອງບັນດາທ່ານເອງ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວເຮົາ.​

ເລີ່ມແຈກ ວັນທີ 15 ເມ​ສາ 2020 ເວລາ 9 ໂມງເຊົ້າ ເປັນຕົ້ນໄປ ທີ່ ບໍລິສັດ ສີສົມບັດ ເຊົ່າສິນເຊື່ອ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ.

ຢ່າງໃດກໍຕາມ, ຜູ້ແຈກເຄື່ອງຕ້ອງຈັດການບໍລິຫານແຈກເຄື່ອງໃຫ້ດີ  ເພື່ອບໍ່ໃຫ້ເກີດຄວາມແອອັດ ແລະ ເປັນການຊຸມນຸມຄົນຈຳນວນຫຼາຍ  ເຊິ່ງຈະເປັນຈຸດສ່ຽງຂອງການແຜ່ເຊື້ອພະຍາດ ທັງນີ້ກໍເພື່ອເປັນການປະຕິບັດຄຳສັງເລກທີ06/ນຍ ວາງອອກຢ່າງເຂັ້ມງວດ. ສ່ວນຜູ້ໄປຮັບເຄື່ອງກໍຄວນປະຕິບັດມາດຕະການຂອງພາກລັດວາງອອກຢ່າງເຂັ້ມງວດ ໃນການເວັ້ນໄລຍະຫ່າງ ແລະ ສ້າງຄວາມເປັນລະບຽບຮຽບຮ້ອງ.