ພາຍຸທໍນາໂດ ຄວາມໄວລົມ 235 ກິໂລແມັດ ພັດເຂົ້າພາກໃຕ້ອາເມຣິກາ ເສຍຫາຍຢ່າງໜັກ

101

ພາຍຸທໍນາໂດ ພັດເຂົ້າພາກໃຕ້ຂອງສະຫະລັດ ຕັ້ງແຕ່ກາງຄືນຂອງຄືນວັນອາທິດ ຈົນເຖິງເຊົ້າວັນຈັນ ສົ່ງຜົນກະທົບໃຫ້ອາຄານບ້ານເຮືອນຫັກເພລົງຕາມທິດທາງພາຍຸພັດຜ່ານ ແລະ ມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 32 ຄົນ.

ສຳນັກຂ່າວເອເອັຟພີ ລາຍງານຈາກນະຄອນຫຼວງວໍຊິງຕັນ ສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 13 ເມສາ ວ່າ ພາຍຸທໍນາໂດພັດຜ່ານຂຶ້ນຝັ່ງຕັ້ງແຕ່ລັດເທັກຊັສ ເຄື່ອນທີ່ໄປເຖິງລັດຈໍເຈຍ ເຮັດໃຫ້ສຳນັກງານພະຍາກອນອາກາດແຫ່ງຊາດຂອງສະຫະລັດ ຫຼື NWS  ແຈ້ງເຕືອນໄພພາຍຸຮ້າຍແຮງລະດັບສູງສຸດ.

ທ່ານເຈມີ ມາໂຢ ນາຍົກເທສະມົນຕີເມືອງມອນໂຣ, ລັດຫຼຸຍເຊຍນາ ກ່າວວ່າ ຍົນທີ່ຈອດຢູ່ສະໜາມບິນ ໃນເມືອງມອນໂຣ ຖືກກະແສລົມພັດແຮງຈົນປິວໄປທັບກອງກັນ ແຕ່ໂຊກດີປະຊາຊົນທີ່ຢູ່ໃນສະໜາມບິນໄດ້ຮັບບາດເຈັບບໍ່ຫຼາຍ.

ອີງຕາມລາຍງານຂອງສະຖານາໂທລະທັດ The Weather Channel ມີຜູ້ເສຍຊີວິດຢ່າງໜ້ອຍ 32 ຄົນ ລວມທັງຢ່າງໜ້ອຍ 11 ຄົນ ໃນລັດມິສຊິສຊິບປີ, 9 ຄົນ ໃນລັດເຊົາແຄໂຣໄລນາ ແລະ ອີກ 7 ຄົນ ຢູ່ສູນຈອດລົດບ້ານເຄື່ອນທີ່ ໃກ້ເຂດເຊື່ອມລະຫວ່າງລັດຈໍເຈຍ ກັບ ລັດເທນເນສຊີ.

ເຈົ້າໜ້າທີ່ສຳນັກງານພະຍາກອນສະພາບອາກາດຂອງສະຫະລັດ ປະຈຳລັດເທນເນສຊີ ເປີດເຜີຍວ່າ ພາຍຸທໍນາໂທ ເຄື່ອນທີ່ພັດຜ່ານເຂດລັດ ດ້ວຍຄວາມໄວລົມສູງເຖິງ 235 ກີໂລແມັດຕໍ່ຊົ່ວໂມງ ສ່ວນລາຍງານຂອງເວບໄຊທ໌ PowerOutage ລາຍງານວ່າ ຕົ້ນໄມ້ໃຫຍ່ຖືກລົມພັດລົ້ມທັບສາຍໄຟໃນຫຼາຍພື້ນທີ່ ເຮັດໃຫ້ປະຊາຊົນກວ່າ 1,3 ລ້ານຄົນ ຂາດໄຟຟ້າໃຊ້ຊົ່ວຄາວ.