ປະເທດສິງກະໂປ ມີຜູ້ປ່ວຍໂຄວິດ-19 ເພິ່ມຂຶ້ນຫຼາຍກວ່າ 3 ພັນຄົນ

124

ລັດຖະບານສິງກະໂປ ລາຍງານຜູ້ປ່ວຍສະສົມຈາກໂຄວິດ-19 ເພິ່ມຂຶ້ນຫຼາຍກວ່າ 3 ພັນຄົນ ໂດຍກວດພົບເພິ່ມອີກ 334 ຄົນ ພາຍໃນມື້ດຽວ ຫຼາຍທີ່ສຸດນັບຕັ້ງແຕ່ບັນທຶກສະຖິຕິໄວ້.

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນອັງຄານ ທີ 14 ເມສາ ວ່າ ກະຊວງສາທາລະນະສຸກສິງກະໂປ ອອກຖະແຫຼງການ ເມື່ອວັນອັງຄານ ເປັນການລາຍງານສະຖານະການໂຄວິດ-19 ປະຈຳວັນ ວ່າ ຈຳນວນຜູ້ເສຍຊີວິດເພິ່ມເປັນ 9 ຄົນ ຂະນະທີ່ ຜູ້ປ່ວຍສະສົມເພິ່ມເປັນ 3.252 ຫຼັງຈາກໄດ້ຮັບການຢືນຢັນກວດພົບຜູ້ຕິດເຊື້ອໃໝ່ 334 ຄົນ ເຊິ່ງເປັນສະຖິຕິຜູ້ຕິດເຊື້ອປະຈຳວັນສູງທີ່ສຸດ ນັບຕັ້ງແຕ່ກວດພົບຜູ້ປ່ວຍຄົນທຳອິດ ເມື່ອວັນທີ 23 ມັງກອນ ຜ່ານມາ.

ຜູ້ປ່ວຍກຸ່ມໃໝ່ 334 ຄົນ ທີ່ຜ່ານການຢືນຢັນ ເມື່ອວັນອັງຄານແມ່ນຕິດເຊື້ອພາຍໃນປະເທດທັງໝົດ ໃນນັ້ນ 189 ຄົນ ແມ່ນມີປະຫວັດຕິດເຊື້ອຢູ່ສະຖານທີ່ຮວມກຸ່ມໃຫຍ່ກ່ອນໜ້ານີ້, ສ່ວນອີກ 23 ຄົນ ມີປະຫວັດສຳຜັດໃກ້ຊິດກັບຜູ້ປ່ວຍທີ່ມີການຢືນຢັນກ່ອນໜ້ານີ້ ແລະ 122 ຄົນ ແມ່ນຢູ່ລະຫວ່າງການສຶບຫາປະຫວັດການເຄື່ອນໄຫວ.

ທ່ານກັງ ກິມ ຫຍົງ ລັດຖະມົນຕີກະຊວງສາທາລະນະສຸກສິງກະໂປ ກ່າວວ່າ ນັບຕັ້ງແຕ່ມາດຕະການ ” circuit breaker” ເລິ່ມມີຜົນບັງຄັບໃຊ້ ເມື່ອວັນທີ 7 ເມສາ ຜ່ານມາ ປະຊາຊົນສ່ວນໃຫຍ່ໃຫ້ການຮ່ວມມືເປັນຢ່າງດີ “ແຕ່ຍັງບໍ່ພຶງພໍໃຈ” ແລະ ສະຖານະການໂດຍລວມ “ຍັງເປັນອັນຕະລາຍຢູ່” ເນື່ອງຈາກວ່າ ຈຳນວນຜູ້ປ່ວຍປະຈຳວັນຍັງເພິ່ມຂຶ້ນ ແລະ ປັດຈຸບັນ ລັດຖະບານກຳລັງຕິດຕາມສະຖານະການການແຜ່ລະບາດເປັນກຸ່ມຂະໜາດໃຫຍ່ ພາຍໃນຫໍພັກຫຼາຍແຫ່ງ ເຊິ່ງມີບັນດາແຮງງານຕ່າງປະເທດອາໄສຢູ່ຢ່າງແອອັດ ຈາກການກວດພົບ ສະເລ່ຍວັນລະ 200 ຄົນ ເຮັດໃຫ້ການຕິດເຊື້ອໃນສະຖານທີ່ແຫ່ງນີ້ ສະສົມເພິ່ມຂຶ້ນປະມານ 300 ຄົນ ຈົນເຖິງວັນຈັນ ຜ່ານມາ.