ກະຊວງອຄ ອອກແຈ້ງການເຖິງພະແນກອຄ, ວິສາຫະກິດທີ່ດຳເນີນການຄ້າຂາຍ ເລື່ອງຫ້າມຈຳໜ່າຍ ເຫຼົ້າ, ເບຍ ໃນໄລຍະພັກບຸນປີໃຫມ່ລາວ

142

ກະຊວງອຸດສາຫະກໍາ ແລະ ການຄ້າ(ອຄ) ໄດ້ອອກແຈ້ງການເລກທີ /ອຄ.ກຄພນ ນະຄອນຫຼວງວຽງຈັນ, ວັນທີ 14 ເມສາ 2020, ເຖິງ: ທ່ານ ຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ;  ທ່ານ ຫົວຫນ້າຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ; ບັນດາຫົວຫນ່ວຍວິສາຫະກິດທີ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ ໃນຂອບເຂດທົ່ວປະເທດ,ເລື່ອງ: ຫ້າມຈໍາຫນ່າຍ ເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນໄລຍະພັກບຸນປີໃຫມ່ລາວ.

ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບ ຫ້າມຈໍາຫນ່າຍເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນໄລຍະພັກບຸນປີໃຫມ່ລາວ ສະບັບເລກທີ 478/ຫສນຍ, ລົງວັນທີ 13 ເມສາ2020;  ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຮັບມືການແຜ່ລະບາດ ຂອງພະຍາດໂຄວິດ 19 ສະບັບເລກທີ 0358/ອຄ.ກຈພງ, ລົງວັນທີ 02 ເມສາ 2020.


ເພື່ອຜັນຂະຫຍາຍແຈ້ງການຂອງທ່ານລັດຖະມົນຕີ ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກ່ຽວກັບການຫ້າມຈໍາຫນ່າຍເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນໄລຍະພັກບຸນປີໃຫມ່ລາວ ເລກທີ 478/ ຫສນຍ, ລົງວັນທີ 13 ເມສາ 2020 ເພື່ອເພີ່ມທະວີມາດຕະການສະກັດກັ້ນ, ການແຜ່ລະບາດ, ຄວບຄຸມ ແລະ ກຽມຄວາມ ພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ -19 ແລະ ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ, ການຕິດຕາມ, ການກວດ ກາ ແລະ ການຄຸ້ມຄອງ ຊຶ່ງໄດ້ກໍານົດໄວ້ໃນຂໍ້ທີ 1 ຂອງແຈ້ງການບັບນີ້.

ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການດັ່ງນີ້:
1. ຫ້າມບັນດາຫົວຫນ່ວຍວິສາຫະກິດທີ່ດໍາເນີນທຸລະກິດ ການຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ, ຕົວ ແທນຈໍາຫນ່າຍ ໃນຂອບເຂດທົ່ວປະເທດ ຂາຍສິນຄ້າ ປະເພດ ເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ໃນໄລຍະ ພັກບຸນປີໃຫມ່ລາວ ຊຶ່ງຮ້ານຄ້າຂາຍຍົກ ແລະ ຂາຍຍ່ອຍ ກວມເອົາທັງຮ້ານຄ້າທີ່ຕັ້ງຢູ່ໃນ ສູນການຄ້າ, ຮ້ານສັບພະສິນຄ້າ, ຕະຫຼາດສົດ ຫຼື ຕະຫຼາດຂາຍເຄື່ອງກະສິກໍາ ແລະ ການຂາຍຜ່ານລະບົບອອນລາຍຕ່າງໆ;


2. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ລາຍງານຂໍທິດຊີ້ນໍາຕໍ່ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນໂຄວິດຂັ້ນແຂວງ ເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນຕໍາຫຼວດເສດຖະກິດ ລົງຕິດຕາມ ກວດກາ ບັນດາຮ້ານຄ້າຂາຍຍົກ ແລະ ຮ້ານຄ້າຂາຍຍ່ອຍຄື:
– ແນະນໍາໃຫ້ຫົວຫນ່ວຍວິສາຫະກິດ ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
– ໃນກໍລະນີໄດ້ຈັດຕັ້ງປະຕິບັດ ແນະນໍາ, ກ່າວເຕືອນ ແລະ ສຶກສາອົບຮົມແລ້ວ ວິສາຫະກິດຫາກຍັງລະເມີດ ແມ່ນໃຫ້ນໍາໃຊ້ມາດຕະການປັບໄຫມ, ແຈ້ງໂຈະ ຫຼື ຍຸບເລິກໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດ ການ ຄ້າຂາຍຍົກ ແລະ ການຄ້າຂາຍຍ່ອຍ;


3. ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ, ຖ້າຫາກການຈັດຕັ້ງປະຕິບັດພົບບັນຫາ ຫຼື ຂໍ້ຫຍຸ້ງຍາກ ສາມາດສະເຫນີຫາ ຄະນະສະເພາະກິດຂອງກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຮັບມືການແຜ່ລະບາດຂອງພະຍາດໂຄວິດ-19;
4. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ມີຜົນບັງຄັບໃຊ້ຕາມການແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 478/ຫສນຍ, ລົງວັນທີ 13 ເມສາ 2020.

.