ກອງປະຊຸມອາຊຽນ ສະເໜີຈັດຕັ້ງໜ່ວຍງານຮ່ວມມືຕໍ່ສູ້ກັບໂຄວິດ-19

206

10 ປະເທດ ສະມາຊິກອາຊຽນ ປະຊຸມຫາລືກັນຜ່ານທາງວິດິໂອອອນລາຍ ຮ່ວມກັບ 3 ປະເທດຜູ້ນຳແຫ່ງອາຊີຕາເວັນອອກ ເມື່ອວັນອັງຄານ ຮຽກຮ້ອງໃຫ້ເປີດເສັ້ນທາງການຄ້າ ທີ່ຖືກສັ່ງປິດຕາມມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຊ່ວຍເຫຼືອແຮງງານ ແລະ ລະບົບການສົ່ງອອກອາຫານ.

ສຳນັກຂ່າວເອເອັຟພີ ແລະ ຣອຍເຕີ ລາຍງານຈາກນະຄອນຫຼວງຮາໂນ່ຍ ປະເທດຫວຽດນາມ ເມື່ອວັນອັງຄານ ທີ 14 ເມສາ ວ່າ ທ່ານຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ ໃນຖານະປະເທດປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ກ່າວໃນພິທີເປີດກອງປະຊຸມສຸດຍອດວາລະພິເສດ ອາຊຽນ+3 ໂດຍມີປະເທດອາຊີຕາເວນອອກ ໄດ້ແກ່: ຈີນ, ຍີ່ປຸນ ແລະ ເກົາຫຼີໃຕ້ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຜ່ານລະບົບວິດິໂອອອນລາຍ ຈາກນະຄອນຫຼວງຮາໂນ່ຍ ໄດ້ຮຽກຮ້ອງກັບບັນດາຜູ້ນຳອາຊຽນ ສ້າງຕັ້ງກອງທຶນສຸກເສີນ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຂະນະທີ່ເຊື້ອດັ່ງກ່າວກຳລັງສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ອຸດສາຫະກຳທ່ອງທ່ຽວ ແລະ ເສດຖະກິດການສົ່ງອອກ.

ທ່ານຫງວຽນຊວັນຟຸກ ໄດ້ກ່າວເຕືອນວ່າ ການລະບາດຂອງພະຍາດໂຄວິດ-19 ສົ່ງຜົນກະທົບຮ້າຍແຮງຕໍ່ການດຳລົງຊີວິດຂອງປະຊາຊົນ ລວມທັງສະພາບການທາງເສດຖະກິດ ແລະ ສັງຄົມໃນອາຊຽນ. ນອກຈາກນັ້ນ, ຍັງທ້າທາຍກັບສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງສັງຄົມດ້ວຍ ພ້ອມກັບຮຽກຮ້ອງໃຫ້ເປີດເສັ້ນທາງການຄ້າທີ່ຖືກປິດຍ້ອນການລະບາດຂອງພະຍາດ ເພື່ອຊ່ວຍເຫຼືອແຮງງານ, ການສົ່ງອອກອາຫານ ແລະ ແຕ່ລະປະເທດຄວນເພິ່ມອຸປະກອນການແພດໃນຄັງສຳຮອງໃຫ້ພຽງພໍດ້ວຍ.