ອິນເດີຍ ເພິ່ມໄລຍະເວລາປິດເມືອງຈົນເຖິງວັນທີ 3 ພຶດສະພາ

89

ລັດຖະບານອິນເດຍໄດ້ຂະຫຍາຍເວລາໃນການບັງຄັບໃຊ້ປິດເມືອງເພື່ອຄວບຄຸມໂຄວິດ-19 ອອກໄປຈົນຮອດ ວັນທີ 3 ພຶດສະພາ ແຕ່ບາງຂົງເຂດຜ່ອນຜັນມາດຕະການ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອັງຄານ ທີ 14 ເມສາ ວ່າ ນາຍົກລັດຖະມົນຕີນະເຣນທຣາ ໂມດີ ໄດ້ປະກາດຜ່ານທາງໂທລະພາບແຫ່ງຊາດ ຂະຫຍາຍເວລາບັງຄັບໃຊ້ມາດຕະການປິດເມືອງ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 25 ມີນາ ຜ່ານມາ ອອກໄປຈົນເຖິງວັນທີ 3 ພຶດສະພາ.

ຜູ້ນຳອິນເດຍກ່າວວ່າ ຖ້າວິເຄາະໃນທາງເສດຖະກິດ ປະເທດໄດ້ສູນເສຍລາຍໄດ້ມະຫາສານ ແຕ່ສຳລັບລັດຖະບານແລ້ວ ໄດ້ພິຈາລະນາວ່າ ສຸຂະພາບ ແລະ ຊີວິດຂອງປະຊາຊົນມີຄ່າຫຼາຍກວ່າ ແລະ ແນວທາງປະຕິບັດເຊິ່ງໄດ້ບັງຄັບໃຊ້ມາຕັ້ງແຕ່ຕົ້ນ ຊີ້ໃຫ້ເຫັນວ່າ ເປັນວິທີການທີ່ມີປະສິດຕິຜົນ. ຢ່າງໃດກໍ່ຕາມ, ທ່ານໂມດີ ຢືນຢັນວ່າ ລັດຖະບານຈະມີມາດຕະການຜ່ອນຄາຍລົງໃຫ້ແກ້ພື້ນທີ່ບໍ່ພົບຜູ້ຕິດເຊື້ອໃໝ່ ຕັ້ງແຕ່ວັນຈັນ ທີ 20 ເມສາ ເປັນຕົ້ນໄປ. ຂະນະທີ່ ຫຼາຍຂໍ້ກຳນົດເພິ່ມຕື່ມສຳລັບຂະແໜງອຸດສາຫະກຳ ແລະ ກະສິກຳ ຈະຖືກປະກາດຕັ້ງແຕ່ວັນພຸດ 15 ເມສາ ນີ້.

ອີກປະການໜຶ່ງ ລັດຖະບານອິນເດຍ ໄດ້ຈັດກອງປະຊຸມກ່ຽວກັບສະຖານະການແຜ່ລະບາດຂອງໄວຣັສໂຄວິດ-19 ເປັນຄັ້ງທຳອິດ ເມື່ອວັນທີ 8 ມັງກອນ ຜ່ານມາ. ກ່ອນຈະໄດ້ຮັບການຢືນຢັນຜູ້ປ່ວຍຄົນທຳອິດ ເມື່ອວັນທີ 30 ມັງກອນ ໂດຍປັດຈຸບັນ ອິນເດຍມີຜູ້ປ່ວຍສະສົມຢ່າງໜ້ອຍ 10.636 ຄົນ ໃນຈຳນວນນີ້ ມີຄົນຕ່າງປະເທດຢ່າງໜ້ອຍ 76 ຄົນ, ປິ່ນປົວເຊົາແລ້ວ 1.036 ຄົນ ແລະ ເສຍຊີວິດ 339 ຄົນ. ຈາກຈຳນວນດັ່ງກ່າວເປັນຄົນຕ່າງປະເທດ 2 ຄົນ ໂດຍພື້ນທີ່ວິກິດສຸດຄືລັດມະຫາຣາດ ໃນພາກຕາເວັນຕົກ ມີຜູ້ປ່ວຍສະສົມເກືອບ 2 ພັນຄົນ ແລະ ເສຍຊີວິດຢ່າງໜ້ອຍ 160 ຄົນ.