ຂ່າວດີ 14 ເມສາ! ບໍ່ພົບຜູ້ຕິດເຊື້ອເພີ່ມ ພ້ອມໃຫ້ຜູ້ປ່ວຍກັບບ້ານໄດ້ 1ກໍລະນີ

185

ນັບວ່າເປັນຂ່າວດີ 2 ມື້ລຽນຕິດ ຕ້ອນຮັບປີໃໝ່ລາວ ຫຼັງສາທາອອກມາຢືນຢັນ 14 ເມສາ 2020 ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເຮັດໃຫ້ຍອດຍັງຄົງທີ່ 19 ກໍລະນີ, ສ່ວນອາການຜູ້ປ່ວຍທັງ 19 ຄົນ ອາການຍັງຊົງຕົວດີ, ສະເພາະຜູ້ປ່ວຍໃນ ນະຄອນຫຼວງວຽງຈັນທັງ 16 ຄົນ ມີ 1ຄົນ ອາການດີຂຶ້ນ ກວດຫາເຊື້ອ 2 ຄັ້ງໃນ 24 ຊົ່ວໂມງຜົນກວດເປັນລົບ ດັ່ງນັ້ນ, ມື້ນີ້ ພ້ອມໃຫ້ຜູ້ປ່ວຍກັບບ້ານໄດ້ 1 ກໍລະນີ.


ໃນວັນທີ 14 ເມສາ 2020 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ໃຫ້ຮູ້ວ່າ: ໃນວັນທີ 13 ເມສາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 50 ຄົນ, ໃນນັ້ນ ມີຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ 06 ຄົນ, ກໍລະນີມີອາການສົງໄສ 44 ຄົນ, (ໃນນີ້ແຮງງານລາວ ທີ່ກັບມາແຕ່ໄທ 17 ຄົນ). ໃນຈຳນວນ 50 ຄົນທີ່ມາກວດນັ້ນ ມີ ນະຄອນຫຼວງວຽງຈັນ 14 ຄົນ ແລະ ຕ່າງແຂວງ 36 ຄົນ, ເຊິ່ງຜົນກວດທັງໝົດ 50 ກໍລະນີ ແມ່ນບໍ່ພົບເຊື້ອ, ດັ່ງນັ້ນ ຈໍານວນຜູ້ຕິດເຊື້ອໃນປັດຈຸບັນຍັງຄົງທີ່ 19 ກໍລະນີ. ສ່ວນຈໍານວນຜູ້ສໍາຜັດໃກ້ຊິດທັງໝົດ ທີ່ໄດ້ຕິດຕາມ ແຕ່ວັນທີ 23 ມີນາ-13 ເມສາ 2020 ມີ ທັງໝົດ 458 ຄົນ, ໝົດກໍານົດຕິດຕາມ ທັງໝົດ 387 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 71 ຄົນ.

ຂະນະດຽວກັນ ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໃຫຍ່ໂຮງໝໍມິດຕະພາບ ໃຫ້ຮູ້ວ່າ: ຈາກການຕິດຕາມອາການຜູ້ປ່ວຍທັງໝົດ 19 ຄົນແມ່ນອາການເຂົ້າຂັ້ນປົກກະຕິແລ້ວ ແຕ່ກໍ່ຕ້ອງໃຊ້ເວລາເພື່ອກວດກາຕິດຕາມຫາເຊື້ອໄວຣັດໃນຮ່າງກາຍຄືນກ່ອນໃຫ້ມັນໝົດໄປຈາກຮ່າງກາຍກ່ອນ, ສະເພາະຜູ້ປ່ວຍໃນໂຮງໝໍມິດຕະພາບຈໍານວນ 16 ຄົນນັ້ນ ຈໍານວນໜຶ່ງກໍ່ຮອດໄລຍະທີ່ຕ້ອງກວດກາຄືນຈໍານວນໄວຣັດໃນຮ່າງກາຍ, ເຊິ່ງເປັນທີ່ໜ້າດີໃຈມີ 1 ໃນຈໍານວນຄົນທີ່ກວດຄືນ ຈາກການກວດຫາເຊື້ອ 2ຄັ້ງໃນເວລາ 24 ຊົ່ວໂມງ ແມ່ນຜົນກວດເປັນລົບ, ຖືເປັນຜົນສໍາເລັດໃນການປິ່ນປົວ ແລະ ມື້ນີ້ຈະໃຫ້ອອກຈາກໂຮງໝໍ.

ແຕ່ຫຼັງຈາກກັບເຮືອນແລ້ວກໍ່ຍັງຕ້ອງປະຕິບັດມາດຕະການປ້ອງກັນ, ຄວບຄຸມການຕິດເຊື້ອຕ່າງໆ ເປັນຕົ້ນ ການໃສ່ຜ້າອັດປາກ, ຫຼຸດຜ່ອນການສໍາຜັດກັບຄອບຄົວ ແລະ ສິ່ງແວດລ້ອມ. ຫຼັງຈາກນັ້ນ ເມື່ອອກຈາກໂຮງໝໍຄົບ 14 ວັນກໍ່ຈະໄດ້ນັດມາກວດຫາເຊື້ອໄວຣັດນີ້ຄືນອີກຄັ້ງວ່າມັນຫາຍດີ 100%ບໍ່ ແລ້ວຈຶ່ງຈະອະນຸຍາດໃຫ້ໃຊ້ຊີວິດຕາມປົກກະຕິໄດ້. ສ່ວນຄົນອື່ນໆ ກໍ່ຈະມີການກວດຄືນອີກ ແລະ ຫວັງວ່າຈະໄດ້ຍິນຂ່າວດີແບບນີ້ເລື້ອຍໆ ເນື່ອງຈາກສຸຂະພາບຮ່າງກາຍຂອງແຕ່ລະຄົນບໍ່ຄືກັນ ຜູ້ທີ່ມີສຸຂະພາບແຂງແຮງກວ່າຮ່າງກາຍກໍ່ຈະຕອບຮັບການປິ່ນປົວຮັກສາໄດ້ໄວກວ່າ.