ການແຈກຈ່າຍຢາຕ້ານພະຍາດໝາກແດງຫຼ້າຊ້າ ຈາກວິດກິດໂຄວິດ-19

129

ເດັກນ້ອຍຫຼາຍກວ່າ 117 ລ້ານຄົນ ໄດ້ຮັບການສັກຢາປ້ອງກັນພະຍາດໝາກແດງຊ້າກວ່າປົກກະຕິ ເຊິ່ງເປັນຜົນກະທົບມາຈາກໄວຣັສໂຄວິດ-19 ທີ່ແຜ່ລະບາດຢ່າງວ່ອງໄວທົ່ວໂລກ.

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງເຈນີວາ ປະເທດສະວິດເຊີແລນ ເມື່ອວັນອັງຄານ ທີ 14 ເມສາ ວ່າອົງການອະນາໄມໂລກ ແລະ ກອງທຶນຊ່ວຍເຫຼືອເດັກນ້ອຍແຫ່ງສະຫະປະຊາຊາດ (UNICEF) ໄດ້ອອກຖະແຫຼງການຮ່ວມ ເມື່ອວັນຈັນ ທີ 13 ເມສາ ຜ່ານມາ ວ່າ ສະຖານະການລະບາດຂອງພະຍາດໂຄວິດ-19 ດ້ວຍເຫດນີ້, ໂຄງການແຈກຈ່າຍຢາປ້ອງກັນພະຍາດໂປລີໂອ 24 ໃນ 37 ປະເທດ ທີ່ໄດ້ວາງແຜນໄວ້ເກີດຄວາມລ່າຊ້າ ສົ່ງຜົນກະທົບຕໍ່ເດັກນ້ອຍຫຼາຍກວ່າ 117 ລ້ານຄົນ ເນື່ອງຈາກພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢ່າງວ່ອງໄວທົ່ວໂລກ ເພິ່ມຄວາມກົດດັນ ໃຫ້ທຸກຝ່າຍຮ່ວມກັນໃຊ້ຊັບພະຍາກອນສາທາລະນະສຸກເກືອບທັງໝົດໃນໂລກ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ.

ເນື້ອໃນຂອງຖະແຫຼງການ ໃຫ້ຮູ້ວ່າ ຂະນະທີ່ ການຍົກລະດັບໃຫ້ກັບກົນລະຍຸດໃນທຸກດ້ານເພື່ອສະກັດກັ້ນພະຍາດໂຄວິດ-19 ເປັນສິ່ງທີ່ທຸກພາກສ່ວນໃຫ້ຄວາມສຳຄັນສູງສຸດ ແຕ່ຂະນະດຽວກັນ ການສົ່ງມອບຢາປ້ອງກັນໃຫ້ແກ່ເດັກນ້ອຍກໍ່ເປັນພາລະກິດໜຶ່ງທີ່ທຸກຝ່າຍໄດ້ໃຫ້ຄວາມສຳຄັນເຊັ່ນກັນ ເນື່ອງຈາກວ່າຢາຕ້ານພະຍາດໝາກແດງຊ່ວຍປົກປ້ອງ “ເດັກອີກຫຼາຍລ້ານຊີວິດ”. ຢ່າງໃດກໍ່ຕາມ, ຍ້ອນວ່າຫຼາຍປະເທດຍົກສູງລະດັບມາດຕະການຄວບຄຸມຊາຍແດນ ແລະ ຈຳກັດບໍລິການດ້ານສາທາລະນະສຸກ ຈຶ່ງເປັນເງື່ອນໄຂທີ່ເຮັດໃຫ້ຄວາມຫຼ້າຊ້າໃຫ້ແກ່ພາລະກິດແຈກຈ່າຍຢາຕ້ານເຊື້ອ.

ທັງນີ້ ລາຍງານຂອງອົງການອະນາໄມໂລກ ທີ່ໄດ້ເຜີຍແຜ່ ເມື່ອເດືອນທັນວາ ປີຜ່ານມາ ອີງຕາມຕົວເລກຂອງຜູ້ຕິດເຊື້ອໝາກແດງໃນທົ່ວໂລກ ເກືອບ 10 ລ້ານຄົນ ໃນປີ 2018, ໃນນັ້ນ ເສຍຊີວິດປະມານ 1,4 ແສນຄົນ. ສ່ວນໃຫຍ່ເປັນເດັກນ້ອຍ ອົງການ WAO: World Allergy Organization ແລະ ອົງການອື່ນໆ ຢືນຢັນກົງກັນ ວ່າ ພະຍາດໝາກແດງຍັງສາມາດລະບາດຕໍ່ກັນໄດ້ຢ່າງວ່ອງໄວ ແຕ່ສາມາດປ້ອງກັນໄດ້ໂດຍການສັກຢາກັນພະຍາດໃຫ້ແກ່ຄົນກຸ່ມໃຫຍ່ ເຊິ່ງ ໝາຍເຖິງເດັກເກີດໃໝ່ ແລະ ເດັກນ້ອຍ ທີ່ໄດ້ຮັບການສັກຢາປ້ອງກັນຂັ້ນພື້ນຖານ ລວມທັງພະຍາດໂປລີໂອດ້ວຍ.