ໂຄວິດລະບາດກະທົບອາຫານໂລກລາຄາຫຍັບສູງຂຶ້ນ

87

ໜຶ່ງໃນຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19ຄືລາຄາອາຫານໂລກທີ່ຫຍັງສູງຂຶ້ນເປັນຕົ້ນລາຄາເຂົ້າເຊິ່ງເປັນອາຫານຫຼັກຂອງປະຊາກອນໃນທະວີບອາຊີຫຍັບຂຶ້ນສູ່ລະດັບສູງສຸດໃນຮອບ7ປີ.

ໂດຍລາຄາເຂົ້າຂາວ5%ຂອງໄທທີ່ເປັນລາຄາອ້າງອີງໃນຕະຫຼາດຫຍັບຂຶ້ນມາແລ້ວ12%(ໃນໄລຍະວັນທີ25ເດືອນ ມີນາ-ວັນທີ1ເດືອນ ເມສາທີ່ຜ່ານມາ) ແລະ ລາຄາໃນຂະນະນີ້ກໍເປັນລະດັບສູງທີ່ສຸດນັບຕັ້ງແຕ່ເດືອນ ເມສາປີ2013.

ອາຊີເປັນທະວີບທີ່ຜະລິດເຂົ້າ90%ຂອງປະລິມານເຂົ້າໂລກ ແລະ ກໍເປັນທະວີບທີ່ເປັນຜູ້ບໍລິໂພກເຂົ້າໃນອັດຕາສ່ວນປະມານດຽວກັນນັ້ນ,ການທີ່ລາຄາເຂົ້າປັບຕົວສູງຂຶ້ນໃນໄລຍະເວລານີ້ໂດຍສະເພາະເຂົ້າຈາກປະເທດໄທນັ້ນເປັນຜົນມາຈາກມີຄວາມຄາດຄະເນວ່າຄວາມຕ້ອງການຊື້ເຂົ້າຈະເພີ່ມຂຶ້ນເນື່ອງຈາກປະເທດຜູ້ສົ່ງອອກເຂົ້າລາຍອື່ນໆເຊິ່ງເປັນລາຍໃຫຍ່ເຊັ່ນອິນເດຍ ແລະ ຫວຽດນາມໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ແລະ ມີມາດຕະການຈໍາກັດການສົ່ງອອກເຂົ້າເພື່ອສໍາຮອງໄວ້ໃນຍາມສຸກເສີນພາຍໃນປະເທດ.

 

ໃນອິນເດຍ,ລັດຖະບານປະກາດໃຊ້ມາດຕະການປິດປະເທດເພື່ອປະຊາຊົນກັກຕົວຢູ່ກັບບ້ານບໍ່ເດີນທາງໂດຍບໍ່ຈໍາເປັນເພື່ອທີ່ລັດຈະສາມາດຄວບຄຸມການລະບາດຂອງພະຍາດໄດ້ເຮັດໃຫ້ເກີດພາວະຕິດຂັດດ້ານການຂົນສົ່ງ,ການກະຈາຍສິນຄ້າ ແລະ ການຂາດແຄນແຮງງານ.