ແຈ້ງຈະມີຝົນຕົກໝາກເຫັບລົງ ແຕ່ນີ້ຮອດວັນທີ 19

143

ກົມອຸຕຸນິຍົມ ຄາດສະພາບອາກາດແຕ່ວັນທີ 13-19 ເມສາ ນີ້ຈະມີຝົນຕົກ ແລະ ອາກາດຮ້ອນອົບເອົ້າປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ພ້ອມນີ້ບາງເຂດຍັງຈະຟ້າເຫຼື້ອມຟ້າຜ່າອີກ ຝາກທຸກຄົນມີສະຕິຢ່າຢ່າກ້ອງຮົ່ມໄມ້ ຫຼື ບ່ອນທີ່ມີການກໍ່ສ້າງໃໝ່ທີ່ອາດສ່ຽງຕໍ່ການຫັກພັງ.

ພາບປະກອບ

ໂດຍໃນໄລຍະວັນທີ 13 ຫາ 16 ເມສາ 2020 ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນຍັງຈະມີກຳລັງປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວອີກເທື່ອໃໝ່, ພ້ອມດຽວກັນກະແສລົມຕາເວັນອອກ- ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ, ມີຟ້າຜ່າ ແລະ ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້.

ພາບປະກອບ

ຈາກນັ້ນ ວັນທີ 17 ຫາ 19 ເມສາ 2020 ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ. ຊຶ່ງຈະເຮັດໃຫ້ອາກາດຮ້ອນເອົ້າພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຍັງຈະມີຝົນຕົກຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາບປະກອບ

ພ້ອມນີ້ກົມອຸຕຸນິຍົມ ແລະອຸທົກກະສາດຍັງຝາກເຕືອນປະຊາຊົນຢູ່ທົ່ວທຸກພາກ ໃນໄລຍະວັນທີ 13 ຫາ 16 ຈະເຮັດໃຫ້ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ, ມີຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງທີ່ອາດຈະເຮັດໃຫ້ຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະຕອນບ່າຍຫາກາງຄືນ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີສະຕິລະມັດລະວັງ ຕໍ່ສະພາບອາກາດຮ້າຍແຮງ ທີ່ຈະເກີດຂຶ້ນ.

ພາບປະກອບ

ຈາກນັ້ນວັນທີ 17 ຫາ 19 ເມສາ 2020 ຄວາມກົດດັນຕ່ຳຂອງອາກາດຮ້ອນເອົ້າຈະປົກຄຸມພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ຂອງລາວ. ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມພ້ອມມີລົດພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ.