ລັດນິວຢອກ ສະຫະລັດ ເສຍຊີວິດກວ່າ 10 ພັນຄົນ ຈາກໂຄວິດ-19

52

ຍອດຜູ້ເສຍຊີວິດຈາກໄວຣັສໂຄວິດ-19 ໃນລັດນິວຢອກຂອງສະຫະລັດ ເພິ່ມຂຶ້ນຫຼາຍກວ່າ 10 ພັນຄົນ ຂະນະທີ່ ເຈົ້າຄອງນະຄອນຢືນຢັນບໍ່ຜ່ອນຜັນມາດຕະການປິດເມືອງທັນທີ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ສະຫະລັດ ອາເມຣິກາ ເມື່ອວັນຈັນ ທີ 13 ເມສາ ວ່າ ທ່ານແອນດຣູ ຄູໂອໂມ ເຈົ້າຄອງນະຄອນນິວຢອກ ຖະແຫຼງການເມື່ອວັນຈັນ ວ່າ ຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນພື້ນທີ່ເພິ່ມເປັນ 10.056 ຄົນ ພາຍຫຼັງໄດ້ມີການຢືນຢັນຜູ້ເສຍຊິວິດ 671 ຄົນ ໃນຮອບ 24 ຊົ່ວໂມງ ຜ່ານມາ ຂະນະທີ່ ຜູ້ປ່ວຍສະສົມເພິ່ມເປັນ 195.565 ຄົນ ໂດຍມີການຢືນຢັນຜູ້ຕິດເຊື້ອໃໝ່ເພິ່ມອີກ 6.240 ຄົນ.

ເຖິງວ່າຜູ້ທີ່ເສຍຊີວິດສະສົມຈາກໂຄວິດ-19 ໃນລັດນິວຢອກ ຫຼາຍກວ່າ 10 ພັນຄົນ ແຕ່ ທ່ານຄູໂອໂມ ເຫັນວ່າ ສະຖານະການແຜ່ລະບາດໃນພື້ນທີ່ວິກິດທີ່ສຸດນັ້ນ ໄດ້ຜ່ານພົ້ນແລ້ວ ເນື່ອງຈາກວ່າ ຜູ້ປ່ວຍທີ່ມີອາການຮ້າຍແຮງມີທ່າອ່ຽວຊົງຕົວ ເຖິງວ່າ ເຈົ້າຄອງນະຄອນນິວຢອກຍັງມີຄວາມກັງວົນກ່ຽວກັບ ການແຜ່ລະບາດຈະເກີດຂຶ້ນຮອບສອງ ຖ້າມີການຜ່ອນຜັນມາດຕະການຕ່າງໆໄວເກີນໄປ.

ຢ່າງໃດກໍ່ຕາມ, ທ່ານຄູໂອໂມ ກ່າວວ່າ ປັດຈຸບັນ ທ່ານກຳລັງປຶກສາຫາລືກັບເຈົ້າຄອງລັດໃກ້ຄຽງຝັ່ງທິດຕາເວັນອອກ ໄດ້ແກ່ລັດນິວເຈີຊີ, ລັດຄອນເນັດທິຄັດ, ລັດເພນຊິລເວເນຍ ແລະ ລັດໂຣດໄອແລນ. ເພື່ອຈັດຕັ້ງຄະນະເຮັດວຽກສະເພາະກິດຮ່ວມກັນ ໃນການກັບມາເປີດເມືອງພ້ອມກັນແບບມີລະບົບ ເຊັ່ນດຽວກັນ ທ່ານກາວິນ ນິວຊອມ ເຈົ້າຄອງລັດແຄລິຟໍເນຍ ເຊິ່ງໄດ້ກ່າວວ່າ ກຳລັງປຶກສາຫາລືກັບເຈົ້າຄອງຫຼາຍລັດທາງຝັ່ງທິດຕາເວັນຕົກ ລວມທັງລັດໂອຣິກອນ ແລະ ລັດວໍຊິງຕັນ ໃນການກັບມາເປີດເມືອງ ແລະ ວາງມາດຕະການຄວບຄຸມພະຍາດຮ່ວມກັນ.

ດ້ານ ປະທານາທິບໍດີໂດນັລ ທຣຳ ກ່າວວ່າ ຂະບວນການທັງໝົດທີ່ເຈົ້າຄອງລັດທັງຫຼາຍໄດ້ວາງແຜນນັ້ນ ແຕ່ການຕັດສິນໃຈ “ຂັ້ນສຸດທ້າຍ” ແມ່ນຂຶ້ນຢູ່ກັບຕົນ. ນອກຈາກນີ້, ຜູ້ນຳ ສະຫະລັດ ກ່າວວ່າ ບໍ່ໄດ້ມີແຜນທີ່ຈະປົດ ທ່ານດຣ.ແອນໂທນີ ເຟົາຊີ ອອກຈາກ ຕຳແໜ່ງຜູ້ອຳນວຍການສະຖາບັນພະຍາດຕິດຕໍ່ ແລະ ພະຍາດພູມແພ້ແຫ່ງຊາດຂອງສະຫະລັດ (NIH). ເຖິງວ່າ ທ່ານດຣ. ແອນໂທນີ ໄດ້ມີຄວາມຄິດເຫັນທີ່ແຕກຕ່າງໃນຫຼາຍປະເດັນກ່ຽວກັບໂຄວິດ-19.