ຕາມນີ້! ສະຫວັນນະເຂດກໍານົດລາຄາສິນຄ້າໃນຊ້ວງວິກິດ ຫ້າມຂາຍຊີ້ນໝູເກີນ 40.000 ກີບ/ກິໂລ

138

ໃນສະພາບທີ່ປະເທດລາວເຮົາພວມພົບວິກິດໂຄວິດ-19 ລະບາດ ອັນສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດບ້ານເຮົາ ເຮັດໃຫ້ຫຼາຍກິດຈະການຕ້ອງປິດໂຕລົງ, ເຊິ່ງແນ່ນອນຫຼາຍຄົນຂາດລາຍຮັບ ຫຼື ອາດໄດ້ບໍ່ເຕັມເມັດເຕັມໜ່ວຍ. ແຕ່ກົງກັນຂ້າມ ບັນດາແມ່ຄ້າຊາວຂາຍຈໍານວນໜຶ່ງ ກັບໃຊ້ໂອກາດນີ້ໃນການສວຍໂອກາດຂຶ້ນລາຄາສິນຄ້າ ຫວັງເອົາກໍາໄລຫຼາຍ ເຊິ່ງເປັນການເອົາປຽບຜູ້ຊົມໃຊ້, ຕໍ່ບັນຫາດັ່ງກ່າວ ພາກສ່ວນກ່ຽວຂ້ອງກໍ່ຍື່ນມືເຂົ້າມາແກ້ໄຂຕະຫຼອດມາ, ຫຼ້າສຸດ ແຂວງສະຫວັນນະເຂດ ໄດ້ອອກແຈ້ງການກໍານົດລາຄາສິນຄ້າ ໃນຊ່ວງໄລຍະເກີດການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ພາຍໃນນະຄອນໄກສອນ ເພື່ອບໍ່ໃຫ້ເກີດມີການສວຍໂອກາດດັ່ງທີ່ກ່າວມາຂ້າງເທິງ.

ອີງຕາມແຈ້ງການ ຂອງພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ ສະບັບເລກທີ 0710/ພອຄ.ສຂ, ລົງວັນທີ 10 ເມສາ 2020 ເລື່ອງແຈ້ງລາຄາສິນຄ້າ ໃນຊ່ວງໄລຍະເກີດການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ພາຍໃນນະຄອນໄກສອນ ໂດຍໃນແຈ້ງການດັ່ງກ່າວໄດ້ກໍານົດລາຄາສິນຄ້າຫຼາຍປະເພດໄວ້ ແຕ່ແອັດມິນຈະຍົກເອົາສິນຄ້າບາງປະເພດທີ່ຜູ້ຄົນບໍລິໂພກເປັນປະຈໍາຂຶ້ນມາເຊັ່ນ: ລາຄາຊີ້ນງົວ-ຄວາຍປະເພດ 1 ສູງສຸດ 70.000/ກິໂລ; ຊີ້ນງົວ-ຄວາຍ ປະເພດ 2 ສູງສຸດ 65.000 ກີບ/ກິໂລ; ຊີ້ນໝູປະເພດ 1 ສູງສຸດ 40.000 ກີບ/ກິໂລ; ຊີ້ນໝູປະເພດ 2 ສູງສຸດ 35.000 ກີບ/ກິໂລ.

ລາຄາໄກ່ພັນປອກ ສູງສຸດ 25.000 ກີບ/ກິໂລ; ໄກ່ລາດປອກ ສູງສຸດ 50.000 ກີບ/ກິໂລ; ປານິນຈໍາໜ່າຍຢູ່ໜ້າກະຊັງ ສູງສຸດ 22.000 ກີບ/ກິໂລ; ປານິນຈໍາໜ່າຍຢູ່ທ້ອງຕະຫຼາດ ສູງສຸດ 25.000 ກີບ/ກິໂລ; ປາດຸກພັນລ້ຽງຈໍາໜ່າຍຕາມທ້ອງຕະຫຼາດ ສູງສຸດ 25.000 ກີບ/ກິໂລ. ນອກຈາກນີ້, ຍັງມີໄຂ່ພັນເບີ 1 ລາຄາ 35.000 ກີບ/ແຕະ; ເບີ2 30.000 ກີບ/ແຕະ; ເບີ 3, 4, 5 ລາຄາ 28.000 ກີບ/ແຕະ; ສ່ວນລາຄາໝີ່ໄວໆ/ໝີ່ມາມາ ຢໍາໆ ລາຄາ 45.000 ກີບ/ແກັດ ຫຼືຂາຍຍ່ອຍ 2.000 ກີບ/ຫໍ່. ສ່ວນລາຄາສິນຄ້າອື່ນໆ ແລະ ລາຍລະອຽດຕ່າງໆສາມາອ່ານຕາມແຈ້ງການໄດ້.