ແພດໝໍຕິດຕາມຢ່າງໃກ້ຊິດ ນັກທ່ອງທ່ຽວ 20 ກວ່າຄົນ ທີ່ຕົກຄ້າງຢູ່ຕາດເລາະ

0
340

ເນື່ອງຈາກການແຜ່ລະບາດຂອງພະຍາດ ອັກເສບປອດສາຍພັນໃໝ່ໂຄວິດ-19 ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ຜູ້ປະກອບການທຸລະກິດການທ່ອງທ່ຽວ, ຕໍ່ຊີວິດການເປັນຢູ່ຂອງຜູ້ຄົນເປັນວົງກວ້າງ ໂດຍສະເພາະເຮັດໃຫ້ນັກທ່ອງທ່ຽວ, ປະຈຸບັນລາວເຮົາຍັງມີແຂກຕ່າງປະເທດທີ່ຕົກຄ້າງຢູ່ຕາດເລາະ ແຂວງສາລະວັນຈຳນວນ 25 ຄົນ ແຕ່ກໍໄດ້ຮັບຄວາມເອົາໃຈໃສ່ຈາກພາກສ່ວນກ່ຽວຂ້ອງເປັນຢ່າງດີ.

ນັກທ່ອງທ່ຽວ 25 ຄົນນັ້ນ ເປັນຍິງ 9 ຄົນ; ໃນນັ້ນ, ເປັນຄົນປະເທດຝຣັ່ງ 19 ຄົນ, ອັງກິດ 3 ຄົນ, ແບນຊິກ, ອິນເດຍ ແລະ ຢີ່ປຸ່ນ ປະເທດລະ 1 ຄົນ.

ໃນວັນທີ 10 ເມສາ 2020, ທ່ານມະໄລວອນ ສີປະເສີດ ຮັກສາການຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃນນາມຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດອັບເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່ ໂຄວິດ-19 ໄດ້ລົງຕິດຕາມ ແລະ ສອບຖາມຂໍ້ມູນຕ່າງໆ ເຫັນວ່ານັກທ່ຽວໃຫ້ການຮ່ວມມືເປັນຢ່າງດີ, ທັງຮັບຮູ້, ເຂົ້າໃຈ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ທັງພາຍໃນ ແລະ ທົ່ວໂລກ, ມີຄວາມຕືີ່ນຕົວໃນການກັກຕົວເອງຢູ່ໃນບໍລິເວນ, ທັງຮັກສາສຸພາບ ແລະ ຕິດຕາມຂໍ້ມູນຂ່າວສານທາງສື່ອອນລາຍເປັນປະຈໍາ, ສ່ວນບາງຄົນ ກໍໄດ້ໂທແຈ້ງສະຖານທູດຂອງຕົນໄດ້ຮັບຮູ້ນໍາ. ກຸ່ມນັກທ່ອງທ່ຽວນີ້ສ່ວນຫລາຍແມ່ນມາທ່ຽວແບບສ່ວນຕົວ ແລະ ຄອບຄົວ ສະເລ່ຍອາຍຸ 30-60 ປີ.

ນັກທ່ອງທ່ຽວ ທັງ 25 ຄົນ ໄດ້ອາໄສຢູ່ເຮືອນພັກ ຝັນດີຣີສອດ ເມືອງເລົ່າງາມ 19 ຄົນ, ເຮືອນພັກ ສີປະເສີດ 4 ຄົນ ແລະ ເຮືອນພັກ ປາລະມີ 2 ຄົນ ເຊິ່ງຜູ້ປະກອບການເຮືອນພັກ ໄດ້ຜ່ອນຜັນຫລຸດຄ່າເຊົ່າໃຫ້ນັກທ່ອງທ່ຽວ 50% ຂອງມູນຄ່າ ຕະຫລອດໄລຍະທີ່ພະຍາດຍັງລະບາດ ແລະ ໄດ້ນຳພານັກທ່ອງທ່ຽວ ຕໍ່ວິຊາ, ປັດສະປອດ ທັງໄດ້ໃຊ້ຊີວິດ, ກິນຢູ່ພັກເຊົາ ຮ່ວມກັນ.

ຈາກນັ້ນໃນວັນທີ 11 ເມສາ 2020, ພາກສ່ວນສາທາລະນະສຸກແຂວງ ແລະ ເມືອງ ກໍໄດ້ລົງໄປຕິດຕາມ ແລະ ກວດກາສຸຂະພາບຂອງນັກທ່ອງທ່ຽວ ທັງເຝົ້າລະວັງຢ່າງໃກ້ຊິດ ເນື່ອງຈາກນັກທ່ອງທ່ຽວຈຳນວນດັ່ງກ່າວແມ່ນໄດ້ຜ່ານປະ ເທດ ແລະ ມາຈາກປະເທດທີ່ມີການລະບາດຂອງພະຍາດ ໂຄວິດ-19 ຢ່າງຮຸນແຮງ.

ຂ່າວພາບ: ວິໄລວອນ ສິດທິໄຊ

LEAVE A REPLY

Please enter your comment!
Please enter your name here