ຮ້ານສະດວກຊື້ ໃນປະເທດຍີ່ປຸ່ນ ລົງທຶນຕິດແຜ່ນພລາດສະຕິກໄສ ຫຼຸດການຕິດພະຍາດ

130

ຮ້ານສະດວກຊື້ໃນປະເທດຍີ່ປຸ່ນລົງທຶນໃສ່ແຜ່ນພລາດສະຕິກໄສຈາກເທິງເພດານລົງມາຮອດໂຕະເກັບເງິນເພື່ອຮັກສາໄລຍະຫ່າງທາງສັງຄົມ ລະຫວ່າງພະນັກງານຂາຍຂອງຮ້ານ ກັບ ລູກຄ້າ ທີ່ມາໃຊ້ບໍລິການໃນໄລຍະການແຜ່ລະບາດຂອງໂຄວິດ-19.

ສຳນັກຂ່າວຣອຍເຕີ ລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນຈັນ ທີ 13 ເມສາ ວ່າ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊ ອາເບະ ໄດ້ປະກາດພາວະສຸກເສີນໃນນະຄອນຫຼວງໂຕກຽວ ແລະ 6 ແຂວງ ເມື່ອອາທິດ ຜ່ານມາ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດຫ້າງຮ້ານຕ່າງໆ ໃນນະຄອນຫຼວງໂຕກຽວ ແລະ ສະຖານທີ່ອື່ນໆຕ້ອງປິດກິດຈະການຊົ່ວຄາວກ່ອນ ແຕ່ທຸລະກິດຮ້ານສະດວກຊື້ສ່ວນໃຫຍ່ແມ່ນຍັງເປີດໃຫ້ບໍລິການຢູ່ ເພາະຈຳໜ່າຍສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນ ເຊິ່ງໃນທົ່ວປະເທດຍີ່ປຸ່ນນັ້ນ ຄາດການໄວ້ແລ້ວວ່າ ມີຮ້ານສະດວກຊື້ ປະມານ 58 ພັນຮ້ານ ສ່ວນຫຼາຍແມ່ນເປີດ 24 ຊົ່ວໂມງ ແລະ ຂາຍສິນຄ້າທຸກຢ່າງຕັ້ງແຕ່ກ່ອງອາຫານທ່ຽງໄປຈົນເຖິງເບຍ ແລະ ກາລະວັດ. ນອກຈາກນັ້ນ, ຍັງມີບໍລິການສົ່ງສິນຄ້າ ແລະ ຮັບຈ່າຍຄ່າບໍລິການຕ່າງໆ.

ເຈົ້າຂອງຮ້ານອາຫານແຫ່ງໜຶ່ງທີ່ເຂົ້າມາໃຊ້ບໍລິການຢູ່ຮ້ານສະດວກຊື້ 7-Eleven ແຫ່ງໜຶ່ງ ໃນໂຕກຽວ ໃຫ້ສຳພາດວ່າ: ຮູ້ສຶກປອດໄພກວ່າ ເພາະວ່າທາງຮ້ານໄດ້ຕິດແຜ່ນພລາດສະຕິກໄສຈາກເພດານລົງມາໃສ່ກັບໂຕະຈ່າຍເງິນສົດ ເພື່ອເປັນການແບ່ງແຍກຢ່າງຊັດເຈນ ລະຫວ່າງ ພະນັກງານຂາຍ ແລະ ລູກຄ້າທີ່ໃຊ້ບໍລິການ.

ບໍລິສັດ Seven & I Holdings ເຈົ້າຂອງ 7-Eleven ໄດ້ຮ້ອງຂໍໃຫ້ພະນັກງານຮ້ານຂອງພວກເຂົາໃສ່ໜ້າກາກອະນາໄມ, ກວດແທກອຸນຫະພູມຮ່າງກາຍ, ລ້າງມືເປັນປະຈຳ ແລະ ທຳຄວາມສະອາດທົ່ວຮ້ານ.

ພະຍາດໂຄວິດ-19 ສາມາດແຜ່ລະບາດຈາກຄົນສູ່ຄົນຜ່ານທາງລະອອງຂອງການໄອ,ຈາມຈາກດັງ ຫຼື ປາກ ອີງຕາມການລາຍງານຂອງອົງການອະນາໄມໂລກ ນັກວິທະຍາສາດຍັງເຕືອນວ່າ ພະຍາດດັ່ງກ່າວອາດຈະແຜ່ເຊື້ອໄດ້ໃນອາກາດເປັນໄລຍະຫຼາຍຊົ່ວໂມງ ແລະ ຍັງຕິດຄ້າງຢູ່ເທິງພື້ນເປັນມື້.

ໂທລະພາບ NHK ລາຍງານວ່າ ຍີ່ປຸ່ນ ກວດພົບຜູ້ຕິດເຊື້ອແລ້ວ 7.411 ຄົນ, ເສຍຊີວິດ 138 ຄົນ, ໃນຈຳນວນນີ້ 2 ພັນຄົນ ກວດພົບຢູ່ໃນນະຄອນຫຼວງໂຕກຽວ.