ຖວທ ໃຫ້ສື່ທົ່ວປະເທດພ້ອມກັນຖ່າຍທອດສົດຖະແຫຼງຂ່າວໂຄວິດໃຫ້ປະຊາຊົນຮູ້

122

ເພື່ອຮັບປະກັນການກະຈາຍຂໍ້ມູນຂ່າວສານໃຫ້ທົ່ວເຖິງໃນກຸ່ມປະຊາຊົນ ທັງໃກ້ ແລະໄກໄດ້ຮັບຊາບຜົນການຕິດຕາມ, ສະກັດກັ້ນ ແລະ ການປິ່ນປົວຜູ້ຕິດເຊື້ອໂຄວິດໃນລາວ ຂອງລັດຖະບານກໍ່ຄືຄະນະສະເພາະກິດ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈິ່ງໄດ້ອອກແຈ້ງການສະບັບເລກທີ 136/ຖວ​ທ ລົງວັນທີ 13 ເມສາ 2020 ໃຫ້ ບັນດາສື່ທະຍຸ, ໂທລະພາບ, ໂທລະໂຄ່ງ ໃນຂອບເຂດທົ່ວປະເທດ​ໃຫ້ຖ່າຍທອດສົດເຊື່ອມຕໍ່ ກ່ຽວກັບການຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ.

ພາບປະກອບ

ຕາມແຈ້ງການລະບຸໄວ້ວ່າ: 1 ໃຫ້ຊີ້ນໍາ-ນໍາພາ ວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງ ທີ່ມີທັງໝົດໃນ ນະຄອນຫຼວງ, ເທດສະບານແຂວງ, ເມືອງ ແລະ ບ້ານຕ່າງໆ ທໍາການຖ່າຍທອດສົດເຊື່ອມຕໍ່ຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບແຫ່ງຊາດລາວ ກ່ຽວກັບການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂດວິດ-19, ໂດຍຈະມີການຖ່າຍທອດສົດເລີ່ມໃນເວລາ 14:30 ໂມງ ຂອງທຸກໆວັນ.

ພາບປະກອບ

2 ໃຫ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ວິຊາການທາງດ້ານເຕັກນິກໄປຊ່ວຍເຫຼືອ, ຊີ້ນໍາ- ນໍາພາວິທີການ ເຊື່ອມຕໍ່ການຖ່າຍທອດສົດ ໂດຍສະເພາະແມ່ນລະບົບໂທລະໂຄ່ງທີ່ມີຢູ່ຕາມເມືອງ ແລະ ຫມູ່ບ້ານຕ່າງໆ, ພວມທັງເພີ່ມທະວິການເຜີຍແຜ່ໂຄສະນາຕາມບົດແນະນໍາ ສະບັບເລກທີ 001 /ນຄນ.ຄສພ ລົງວັນທີ 11 ເມສາ 2020 ແລະ ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານໃຫ້ຫນ່ວຍງານ ໂຄສະນາ ເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ດ້ານຂ່າວສານທີ່ບິດເບືອນຄວາມຈິງ ຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຊາບດ້ວຍ.

ພາບປະກອບ