ແຈ້ງ​ການ​ດ່ວນ ເລີ່ມ​ມື້​ນີ້ ຫ້າມຈໍາໜ່າຍເຫຼົ້າ, ເບຍ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າໃນໄລຍະພັກບຸນປີໃໝ່ລາວ ຂອບ​ເຂດ​ທົ່ວ​ປະ​ເທດ

181

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກແຈ້ງການສະບັບເລກທີ 478/ຫສນຍ ລົງວັນທີ 13 ເມສາ 2020 ວ່າດ້ວຍຫ້າມຈຳໜ່າຍເຫຼົ້າ ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າ ໃນໄລຍະພັກບຸນປີໃໝ່ລາວ ໃນຂອບເຂດທົ່ວປະເທດ

ເພື່ອເປັນການສະກັດກັ້ນ, ຄວບຄຸມ ການລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍອອກເປັນວົງກວ້າງ ລັດຖະບານໄດ້ມີມາດຕະການເຂັ້ມງວດຫຼາຍຢ່າງ,

ອີງຕາມແຈ້ງການ ມີເນື້ອໃນຈິດໃຈສໍາຄັນ ຫ້າມຈໍາໜ່າຍເຫຼົ້າ, ເບຍ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດໃນໄລຍະພັກບຸນປີໃໝ່ ໂດຍໃຫ້ເລີ່ມແຕ່ມື້ນີ້ ຮອດວັນທີ 20 ເມສາ 2020.

ຫາກໃຜລະເມີດໃຫ້ດໍາເນີນຕາມລະບຽບການທີ່ກ່ຽວຂ້ອງ.