ສາລະວັນຢືນຢັນ! ສາມາດສະໜອງສະບຽງອາຫານພຽງພໍໃນໄລຍະທີ່ພະຍາດໂຄວິດ ລະບາດ

111

ໃນສະພາບທີ່ປະເທດກໍາລັງພົບວິກິດໂຄວິດ-19 ລະບາດ ມັນສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດ ໂດຍສະເພາະແມ່ນດ້ານການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ແຕ່ທັງນີ້ທັງນັ້ນ ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ເລັ່ງຫາທຸກວິທີ່ທາງເພື່ອຮັບມື ແລະ ແກ້ໄຂວິກິດການທີ່ພົບຢູ່, ແນວໃດກໍ່ຕາມ ອີກໜຶ່ງບັນຫາທີ່ທົ່ວສັງຄົມລ້ວນເປັນຫ່ວງແມ່ນເລື່ອງການສະໜອງສະບຽງອາຫານພາຍໃນປະເທດ ເຊິ່ງກະຊວງການຄ້າກໍ່ໄດ້ອອກມາຢືນຢັນແລ້ວວ່າ ສາມາດຮັບປະກັນໄດ້ຢ່າງໜ້ອຍສຸດ 2ເດືອນ.

ຂະນະດຽວກັນບັນດາແຂວງຕ່າງໆກໍ່ລ້ວນກຽມພ້ອມໄວ້ແລ້ວເຊັ່ນກັນ ໂດຍຫຼ້າສຸດແຂວງສາລະວັນເອງກໍ່ໄດ້ກຽມຄວາມພ້ອມດ້ານສະບຽງອາຫານ ທີ່ຈະກະທົບເຖີງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວສັງຄົມ ພ້ອມຢືນຢັນສາມາດຮອງຮັບໄດ້ພຽງພໍໃນໄລຍະທີ່ພະຍາດແຜ່ລະບາດ.

ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ໃຫ້ສໍາພາດແກ່ສື່ມວນຊົນ ໃນວັນທີ 10 ເມສາ 2020 ວ່າ: ພາຍຫຼັງທີ່ລັດຖະບານ ກໍ່ຄືອົງການປົກຄອງແຂວງ ໄດ້ອອກຄຳສັ່ງ ແລະແຈ້ງການຕ່າງໆ ກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍໂດຍໄວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໄດ້ມອບໝາຍໃຫ້ຄະນະພັກ, ຄະນະນຳຂອງພະແນກ, ຫ້ອງການ 8 ຕົວເມືອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຮອງຮັບດ້ານສະບຽງອາຫານໃຫ້ແກ່ປະຊາຊົນ ໄດ້ທົ່ວເຖີງ ແລະ ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ສຳລັບການຄ້ຳປະກັນສະບຽງອາຫານໃນທົ່ວແຂວງສາລະວັນ ແມ່ນມີຄວາມພຽງພໍ ໂດຍໄດ້ປະເມີນຈາກພື້ນຖານການຜະລິດຂອງຜູ້ປະກອບ, ປະຊາຊົນ ແມ່ນມີຫຼາຍສົມຄວນ ທີ່ຈະຮອງຮັບ ເປັນຕົ້ນ: ມີຟຣາມໝູ 27 ແຫ່ງ, ມີໝູທັງໝົດ 4.744 ໂຕ, ຄອບຄົວລ້ຽງປາ 3 ຄອບຄົວ ທີ່ສາມາດສະໜອງປາໄດ້ 700-1.000 ກິໂລຕໍ່ມື້, ນອກນັ້ນປະຊາຊົນຍັງໄດ້ລ້ຽງສັດແບບເປັນຟຣາມ ແລະ ລ້ຽງທົ່ວໄປ ມີສັດທັງໝົດ 3,6 ລ້ານກວ່າໂຕ, ໃນນັ້ນຄວາຍ 94 ພັນກວ່າໂຕ, ງົວ 132 ພັນກວ່າກໂຕ, ໝູ 673.550 ໂຕ, ແບ້ 36 ພັນກວ່າໂຕ, ສັດປີ 2,6 ລ້ານກວ່າໂຕ ແລະ ໜອງປາ 6.678 ໜອງ ໃນເນື້ອທີ 737 ເຮັກຕາ.

ທັງນີ້, ທ່ານ ກິພະຈັນ ໂພສາລີ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ຜູ້ປະກອບການ, ຜູ້ທຳຜະລິດກະສິກຳ ຈົ່ງພ້ອມໃຈກັນສືບຕໍ່ສຸມໃສ່ໃນການຜະລິດ ໃຫ້ຫຼາຍຂຶ້ນ ແລະ ທຸກໆຄອບຄົວໃຫ້ກຸ້ມກິນ ເຊີ່ງຈະເປັນການຫຼຸດຜ່ອນຄ່າໃຊ້ຈ່າຍພາຍໃນຄອບຄົວ. ພັກ ແລະ ລັດຖະບານ ກໍ່ໄດ້ສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ທຳການຜະລິດໃນດ້ານກະສິກຳທຸກດ້ານ, ເປັນປົກກະຕິ ຄຽງຄູ່ກັນນັ້ນກໍ່ຕ້ອງໄດ້ມີສະຕິ, ເຝົ້າລະວັງ ແລະ ຕິດຕາມຂໍ້ມູນຂ່າວສານເປັນປະຈຳ.

ຂໍ້ມູນຈາກ: ໜັງສືພິມສາລະວັນ