ປະທານປະເທດ ສົ່ງພອນປີໃໝ່ລາວ ພສ 2563 ປະຊາຊົນລາວຈົ່ງຢູ່ເຢັນເປັນສຸກ

148

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີກຸນ ພສ 2562 ແລະ ຕ້ອນຮັບປີໃໝ່ ປີ ຊວດ ພສ 2563 ເຊິ່ງເປັນປາງບຸນໜຶ່ງໃນຮີດ 12 ທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ຈາກບັນພະບູລຸດ ຂອງພວກເຮົາ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ຂໍຖືໂອກາດອັນເປັນສິລິມຸງຄຸນນີ້ ສົ່ງຄໍາອວຍພອນອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດຕະຫລອດເຖິງຄົນເຊື້ອຊາດລາວທຸກທ່ານ ທີ່ອາໄສຢູ່ຕ່າງປະເທດ ກໍຄື ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ຢູ່ ສປປ ລາວ. ຂໍໃຫ້ທຸກໆທ່ານ ຈົ່ງມີສຸຂະພາບ ເຂັ້ມແຂງ, ພາລະນາໄມສົມບູນ, ສຸກກາຍສຸກໃຈ ແລະ ມີຄວາມຈະເລີນກ້າວໜ້າ ທຸກປະການ.

ໃນປີເກົ່າ ພສ 2562 ທີ່ ພວມກ້າວລ່ວງໄປນີ້ ເປັນປີແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໃນການອອກແຮງແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງລັດ 5 ປີ ຄັ້ງທີ 8 ຢ່າງເປັນຂະບວນຟົດຟື້ນ ໂດຍໄດ້ຮັບໝາກຜົນທີ່ເປັນຮູບປະທໍາໃນຫລາຍດ້ານ. ອັນສຳຄັນແມ່ນປະເທດເຮົາມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດ້ວຍຈັງຫວະການຂະຫຍາຍຕົວ 6,4%, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ ໄດ້ 2.683 ໂດລາສະຫະລັດ.

ຂົງເຂດການສຶກສາ, ວັດທະນະທໍາ-ສັງຄົມ ກໍໄດ້ຮັບການເອົາໃຈໃສ່ຢ່າງຈິງຈັງ, ລະບົບການເມືອງ-ການປົກຄອງ ໄດ້ຮັບການປັບປຸງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງກວ່າເກົ່າ; ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ປະຊາຊົນລາວ ເຮົາມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ກໍໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເກີດມີຄອບຄົວຕົວແບບພົ້ນທຸກນັບມື້ນັບຫລາຍ; ການພົວພັນຮ່ວມມືລະຫວ່າງ ປະເທດເຮົາກັບບັນດາປະເທດເພື່ອນມິດ ແລະ ອົງການ ຈັດຕັ້ງສາກົນສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງມີປະສິດທິຜົນ ແລະ ຖານະບົດບາດອິດທິພົນຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ນະໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າ ໃຫ້ການນໍາພັກ-ລັດ ສະແດງຄວາມຊົມເຊີຍ, ສັນລະເສີນຄວາມຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານຕໍາຫລວດ ແລະ ພີ່ນ້ອງຮ່ວມຊາດທຸກເຜົ່າ-ທຸກຊັ້ນຄົນ ໃນຂອບເຂດທົ່ວປະເທດ, ພີ່ນ້ອງເຊື້ອຊາດລາວ ທີ່ຢູ່ຕ່າງປະເທດທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມ ຂອງຊາດດ້ວຍຄວາມເປັນເຈົ້າການ ຫ້າວຫັນຕະຫລອດປີທີ່ຜ່ານມາ.

ປີຊວດ ພສ 2563 ທີ່ພວມກ້າວເຂົ້າມາ ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບ ສປປ ລາວ ເຮົາ, ເຊິ່ງເປັນປີມ້ວນທ້າຍແຫ່ງການຈັດຕັ້ງຜັນຂະຫຍາຍ ໜ້າທີ່ວຽກງານຫລາຍຢ່າງທີ່ສໍາຄັນຂອງພັກ ແລະ ຂອງຊາດ. ໃນນັ້ນ, ພວກເຮົາຈະໄດ້ພ້ອມກັນສຸມໃສ່ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍສະເພາະ ການຟື້ນຟູປົວແປງຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ໃນຫວ່າງແລ້ວນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ຈັດຕັ້ງປະຕິບັດເປົ້າຫມາຍ “ສູ້ຊົນພັດທະນາປະເທດເຮົາໃຫ້ຫລຸດພົ້ນ ອອກຈາກສະຖານະພາບ ຄວາມດ້ອຍພັດທະນາໃນອານາຄົດອັນໃກ້ນີ້ ເພື່ອກ້າວໄປສູ່ປະເທດກໍາລັງພັດທະນາ ທີ່ມີລາຍຮັບປານກາງສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງເມື່ອເຖິງປີ 2030”.

ເຖິງຢ່າງໃດກໍຕາມ, ການບັນລຸເປົ້າໝາຍດັ່ງກ່າວ ຖືເປັນພາລະກິດອັນໜັກໜ່ວງຂອງ ພັກ-ລັດ ແລະ ປວງຊົນລາວທັງຊາດ ເນື່ອງຈາກ ສປປ ລາວ ຍັງປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍ້ອນ ເກີດໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ໄພແຫ້ງແລ້ງຖະຫລົ່ມ ໃສ່ປະເທດພວກເຮົາ ຫລາຍຄັ້ງໃນຊຸມປີຜ່ານມາ. ຍິ່ງໄປກວ່ານັ້ນ, ປັດຈຸບັນຫລາຍປະເທດໃນທົ່ວໂລກ ລວມທັງ ສປປ ລາວ ເຮົາ ພວມປະເຊີນກັບວິກິດ ການແຜ່ລະບາດຮ້າຍແຮງ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບເປັນ ວົງກວ້າງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດຂອງບັນດາປະຊາຊາດໃນໂລກ.

ເວົ້າສະເພາະຢູ່ ສປປ ລາວ ເຮົາ, ພັກ ແລະ ລັດຖະບານ ແມ່ນມີຄວາມເປັນຫ່ວງເປັນໄຍທີ່ສຸດໃນການກັນ, ໂຕ້ຕອບ ແລະ ແກ້ໄຂກ່ຽວກັບພະຍາດນີ້, ໃນນັ້ນ ໄດ້ມີການຕິດຕາມສະພາບການຢ່າງໃກ້ຊິດ, ປະເມີນສະຖານະການ ຢ່າງສະໝໍ່າສະເໝີ ເພື່ອວາງມາດຕະການໃຫ້ເຫມາະສົມ ແລະ ເຂົ້າກັບສະພາບການຢ່າງທັນເວລາ ເພື່ອຫລຸດຜ່ອນການ ເຈັບເປັນຂອງປະຊາຊົນ ແລະ ຈໍາກັດການແຜ່ລະບາດ ຂອງພະຍາດໃນຄັ້ງນີ້ ໃຫ້ຢູ່ໃນວົງແຄບ. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຂໍຮຽກຮ້ອງມາຍັງສ່ວນບຸກ, ຄົນນິຕິບຸກຄົນ ແລະ ພາກສ່ວນ ຕ່າງໆໃນສັງຄົມ ທັງພາກລັດ ແລະ ເອກະຊົນ ຈົ່ງໃຫ້ການຮ່ວມມື ແລະ ປະຕິບັດຕາມມາດ ຕະການ ຕ່າງໆ ທີ່ທາງຄະນະສະເພາະກິດໄດ້ປະກາດອອກໄປແລ້ວນັ້ນຢ່າງເຂັ້ມງວດ.

ຂໍອວຍພອນໃຫ້ປີໃໜ່ ປີຊວດ ພສ 2563 ນໍາເອົາໂຊກໄຊ, ຜົນສໍາເລັດໃໝ່ ແລະ ຄວາມຢູ່ເຢັນເປັນສຸກ ມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.

ທີ່ມາ: ປະເທດລາວ