ປີນີ້ປ່ຽນເປັນການຄອບເກີຍຊ້າງ ເພາະວິກິດຈາກໂຄວິດ

121

ໃນຕອນເຊົ້າວັນທີ 12 ເມສາ 2020 ທີລານເກີຍຊ້າງວັດຊຽງທອງ ໄຊຍະໂຣຫະຣາມາທິບໍດີມະຫາວິຫາຣ ນະຄອນຫລວງພຣະບາງ ຊາວບ້ານຊຽງທອງ-ຄີລີ ໄດ້ພາກັນເຕົ້າໂຮມ ເພື່ອເຮັດພິທີຂໍຂະມາລາໂທດ ແລະຄອບເກີຍຊ້າງ ຄື​ແຕ່​ລະ​ປີກ່ອນທີ່ຈະປ່ຽນສັງກາດສັງຂານໃໝ່ ພາຍໃນວັນທີ 12 ເມສາ ຂອງທຸກໆປີ ຈະມີພິທີກຳແຫ່ຊ້າງຮຽງເກີຍ ຕາມ​ປະ​ເພ​ນີຫຼວງ​ພະ​ບາງ.

ສຳ​ລັບປີ ຈສ 1382 ພ.ສ 2563 ຄ.ສ 2020 ​ດັ່ງ​ທີ່​ຮູ້​ຄື​ຈະ​ບໍ່​ມີ​ພິ​ທີ​ການ​ຈັດບຸນ​ປີ​ໃໝ່ ເນື່ອງ​ຈາກວິ​ກິດ​ໂຄວິດ ພຣະເຖຣະ ຄະນະບ້ານ ເຖົ້າແກ່ແນວໂຮມ ຈຶ່ງໄດ້ຈັດພິທີຄອບຂະມາ ເກີຍຊ້າງ (ຫຼັກບ້ານເສົາເມືອງ).

ເຊິ່ງ​ມີຄຳເວົ້າຕອນເອົາຊ້າງມາຮຽງເກີຍ ແບບ​ຫຍໍ້:

ເຈົ້າມຶງນຸ່ງຜ້າດໍາ ນາຍມຶງນຸ່ງຜ້າແຫຼ້ ກູໃຫ້ມຶງຈືໃສ່ປູມອັດໄວ້ ໃຫ້ມຶງຈື່ໃສ່ໄສຢ່າຢ່ອນ ຈືໃສ່ຫນັງຝັງໃສ່ກະດູກ ໃຫ້ມຶງເອົາໄປບອກສອນແກ່ບໍລິວານມຶງໃຫ້ຮັບໃຊ້ປະເທດຊາດບ້ານເມືອງ ໃຫ້ມຶງຍ່າງໄປທາງຫນ້າຕິກຕິກ ຍ່າງວກຊ້າຍ ຍ່າງວກຂວາ ຢ່າຖອຍຫຼັງເດີນໄປໜ້າແລ້ວກໍ່ເວົ້າວ່າ ໄປ ໄປ ໄປ 3 ເທື່ອ ແລ້ວກໍເວົ້າອີກວ່າ ໄຊຍະຕຸພະວັງ ໄຊຍະມັງພະລັງ.

ບາງ​ຕຳ​ລາ​ກໍ​ວ່າ:

ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ່າຍປີ ຖ່າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ

ເມື່ອກ່ອນທີ່ມີຄວາມເຊື່ອກັນວ່າ ແມ່ນພິທີກັມທີ່ກ່ຽວກັບເສົາຫລັກບ້ານຫລັກເມືອງ ທີ່ມີການເຊື່ອມຕໍ່ກັນລະຫວ່າງດິນກັບຟ້າ ໂດຍມີຊ້າງເປັນພາຫະນະຂອງພຣະອິນ ຫລືພຣະຍາແຖນ ເຊິ່ງເປັນສັນຍາລັກຂອງເຈົ້າມະຫາຊີວິດໃນຕົວລະຄອນຫລັກ, ພິທີຮຽງເກີຍຈຶ່ງເປັນພິທີກັມ ທີ່ຂຶ້ນຟ້າຂຶ້ນແຖນ ເພື່ອເປັນການ ຄອບລາ ຫລືບອກກ່າວການປ່ຽນສັກກະຣາຊ ປີເກົ່າ ໄປສູ່ສັກກະຣາຊ ຫລືສັງກາດປີໃຫມ່

ໃນພິທີແຫ່ຊ້າງຮຽງເກີຍນີ້ ຍັງຖືວ່າເປັນພິທີສ່ຽງທວາຍ ໃນປີນັ້ນໆວ່າ ເປັນປີທີ່ດິນຟ້າອາກາດ ສະພາບການບ້ານເມືອງ ຈະອຳນວຍຄວາມສະດວກ ຫລືຫຍຸ້ງຍາກຫຍັງແດ່ຈະເກີດຂຶ້ນ ກັບບ້ານເມືອງແລະບັນດາພົນລະເມືອງ ເພື່ອຈະອາໄສ ດິນຟ້າອາກາດໃນການ ເຮັດກະສິກຳ ເພື່ອຈະກະກຽມຮັບມືກັບເຫດການທີຈະເກີດຂຶ້ນ ( ໃຫ້ມີສະຕິລະວັງຕົວ ) ຄວາມໝາຍຄຳວ່າຊ້າງຮຽງເກີຍ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ :

ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ. ສະໄຫມກ່ອນນັ້ນບັນດາປະເທດອ້ອມຂ້າງປະເທດລາວເຮົາເຊັ່ນ : ໄທ ກຳປູເຈຍ ຫວຽດນາມ … ກໍ່ຈະມີພິທີແຮກນາຂວັນ (ການສ່ຽງທວາຍດ້ວຍການໃຫ້ຄວາຍ ງົວ ກິນພຶດຕ່າງໆ ເພື່ອສ່ຽງທວາຍວ່ານ້ຳຟ້ານ້້ຳຝົນ ແມ່ນຈະມີຄວາມອຸດົມສົມບູນ ຂອງປະເທດຊາດບ້ານເມືອງນັ້ນ ຈະເປັນແນວໃດ)

ແຕ່ສຳລັບປະເທດລາວເຮົາແລ້ວແມ່ນບໍ່ມີພິທີດັ່ງກ່າວ ແຕ່ຈະນຳໃຊ້ພິທີຊ້າງຮຽງເກີຍ ເປັນພິທີສ່ຽງທວາຍ ແບບນັ້ນ ນຳໃຊ້ຊ້າງກິນພຶດຕ່າງໆ ຈະເປັນການສ່ຽງທວາຍໄປໃນຕົວເລີຍ ( ມີແຕ່ລາວເທົ່ານັ້ນທີໃຊ້ຊ້າງເປັນພິທີກັມສ່ຽງທວາຍ ສ່ວນປະເທດກຳປູເຈຍ , ໄທ , ມຽນມາ, ຫວຽດນາມ… ກໍ່ໃຊ້ແຕ່ງົວເຂົ້າເປັນພິທີສ່ຽງທວາຍ).

ພິທີຮຽງເກີຍ ນັ້ນເພິ່ນຈະມີບັນດາພຶດພັນທັນຍາຫານຫລາຍໆເຢື່ອງ ໃຫ້ຊ້າງກິນເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ : ຫຍ້າ ກ້ວຍ ອ້ອຍ ຖົ່ວ ງາ ເຫລົ້າ ເຂົ້າຕົ້ມ ເຂົ້າໝົມ ເຂົ້າໂຄບ ເຂົ້າຂຽບ …

ຕົວຢ່າງ : ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ເປັນຕົ້ນ.

ໃນປີ 2020 ນີ້ແມ່ນບໍ່ໄດ້ມີພິທີຈັດຊ້າງຮຽງເກີຍ ຍ້ອນໂຣຄາພະຍາດ ໂຄວິດ-19 ທີ່ແຜ່ລະບາດທົ່ວໂລກ ເຮັດໃຫ້ມີຄວາມສ່ຽງຫລາຍ ຈຶ່ງໄດ້ມີການຂໍໂຈະພິທີກັມຫລາຍໆຢ່າງ ຫນຶ່ງໃນນັ້ນ ກໍ່ແມ່ນພິທີຊ້າງຮຽງເກີຍ ແຕ່ຊາວບ້ານກໍ່ໄດ້ເຮັດພາຂວັນ ຄອບ ໃນຕອນເຊົ້າມື້​ນີ້ 12 ເມ​ສາ ຫລັງຈາກນັ້ນກໍ່ມີຝົນຕົກທົ່ວເມືອງຫລວງພຣະບາງເຮົາ ໃຫ້ຊຸ່ມເຢັນພັດເປົ່າຫມອກຄວັນພິດ ແລະສ້າງຄວາມຊຸ່ມຊື່ນໃຫ້ພື້ນທໍລະນີ ແລະສະລ້າງໂຣຄາພະຍາດໂຄວິດ ໃຫ້ຈາງຫາຍສາບສູນໄປໂດຍໄວ ແລະຄືນຄວາມສູ່ປວງຊົນທັງຫລາຍ …

ຂໍ້​ມູນ ແລະ ພາບ​ຈາກ: ນະຄອນຫລວງພຣະບາງ Luangprabang City, ວັນດີ VanhDee, ຂ່າວສານຫລວງພະບາງ Luangprabang News