ເຊກອງມອບໃບຢັ້ງຢືນການແພດ ພ້ອມຈັດສົ່ງນັກສຶກສາລາວທີ່ກັກຕົວຄົບ 14 ມື້ກັບບ້ານ

96

ໃນຕອນບ່າຍວັນທີ 11 ເມສາຜ່ານມາຄະນະສະເພາະກິດເພື່ອປ້ອງກັນ ແລະຕ້ານການລະບາດຂອງພະຍາດໄວລັດໂຄວິດ-19 ຂອງແຂວງເຊກອງ ໄດ້ມີພິທີສົ່ງຕົວນັກສຶກສາທີ່ມາຈາກ ສສ ຫວຽດນາມ ແລະ ມາຈາກລາຊະອານາຈັກໄທ ຈໍານວນ 9 ຄົນ, ຍິງ 3 ຄົນ ທີ່ຢູ່ຄົບກຳນົດການກັກຕົວ14 ວັນ ເພື່ອເຝົ້າລະວັງ ພະຍາດໂຄວິດ_ 19ກັບຄືນບ້ານ.

ສະນັ້ນທາງພະແນກ ສາທາລະນະສຸກແຂວງຈີ່ງໄດ້ອອກໃບຢັ້ງຢືນຈາກແພດໝໍ ໃຫ້ນັກສຶກສາຈໍານວນດັ່ງກ່າວສາມາດກັບບ້ານໄດ້ ເພາະວ່າຜ່ານການຕິດຕາມກວດກາມາພວກກ່ຽວແມ່ນບໍ່ມີເຊື້ອພະຍາດຫຍັງ ແລະ ບໍ່ມີການແຊກຊ້ອນໃດໆ.

ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງ ມີບັນດາທ່ານຄະນະສະເພາະກິດຂັ້ນແຂວງ, ເມືອງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດຽວກັນນີ້ ທ່ານ ນາງ ລໍາພັນ ໄຊຄໍາມີ ຮອງຫົວໜ້າພະແນກ ສາທາລະນະສຸກແຂວງເຊກອງ ໄດ້ກ່າວຮຽກຮ້ອງໃຫ້ບັນດານັກສຶກສາທີ່ໄດ້ຜ່ານການຕິດຕາມມາເປັນເວລາ 14 ວັນ ໃນເວລາກັບເມືອຫາຄອບຄົວກໍ່ຕ້ອງໄດ້ເປັນເຈົ້າການໂຄສະນາ ແລະຊ່ວຍໃຫ້ຄໍາປຶກສາແກ່ພໍ່ແມ່ ອ້າຍ ເອື້ອຍນ້ອງ ແລະທຸກພາກສ່ວນ ເພື່ອປະກອບສ່ວນເປັນຫູເປັນຕາຊ່ວຍພັກ-ລັດ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັສດັ່ງກ່າວ.

ຈາກ: ຂ່າວເຊກອງ