ອາເມຣິກາອອກພັນທະບັດເພື່ອລະດົມທຶນຮັບມືໂຄວິດ

166

ທ່ານ ແລຣີ ຄຸດໂລ ທີ່ປຶກສາດ້ານເສດຖະກິດຂອງທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາກ່າວວ່າ:ບັນດາທີ່ປຶກສາຂອງສໍານັກງານປະທານາທິບໍດີກໍາລັງປຶກສາຫາລືເຖິງຄວາມເປັນໄປໄດ້ກ່ຽວກັບການອອກພັນທະບັດລັດຖະບານອາເມຣິກາເພື່ອລະດົມທຶນສໍາລັບການຮັບມືໂຄວິດ-19.

ປັດຈຸບັນເຖິງເວລາແລ້ວທີ່ຈະຂາຍພັນທະບັດລັດຖະບານເພື່ອລະດົມເງິນສົດສໍາລັບການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດຮ້າຍໃນຄັ້ງນີ້.

ທັງນີ້,ທ່ານ ຄຸດໂລກ ໄດ້ສະໜັບສະໜູນການອອກພັນທະບັດດັ່ງກ່າວໃນການໃຫ້ສໍາພາດກັບສໍານັກຂ່າວຊີເອັນບີຊີກ່ອນໜ້ານີ້ວ່າແນວຄິດການອອກພັນທະບັດຖືວ່າເໝາະສົມກັບສະຖານະການໃນປັດຈຸບັນເນື່ອງຈາກພັນທະບັດດັ່ງກ່າວຈະເປັນການລົງທຶນໃນໄລຍະຍາວສໍາລັບອະນາຄົດດ້ານສຸຂະພາບ,ຄວາມປອດໄພ ແລະ ເສດຖະກິດຂອງອາເມຣິກາ.

ນອກຈາກນີ້,ທ່ານ ຄຸດໂລກ ຢືນຢັນວ່າ:ທະນາຄານກາງອາເມຣິກາຫຼືເຟດຈະບໍ່ຂັດຂວາງຄວາມພະຍາຍາມໃນານຊ່ວຍຫຼຸດຜົນກະທົບຈາກໂຄວິດ.