ວິທີເຮັດ “ກ້ວຍຈືນ” ກອບນອກນຸມໃນ ເຮັດກິນເອງກໍໄດ້ ຫຼື ຈະເຮັດຂາຍສ້າງລາຍໄດ້ກໍດີ

227

ກ້ວຍຂືນເປັນອາຫານວ່າງກິນຫຼີ້ນ ແລະ ຄົນສ່ວນຫຼາຍກໍນິຍົມກິນ ດ້ວຍຄວາມກອບແຊບຂອງແປ້ງດ້ານນອກ ແລະ ຄວາມຫວານຂອງໝາກກ້ວຍດ້ານໃນ ກິນຊຳໃດກໍບໍ່ຮູ້ຈັກເບື່ອ. ມື້ນີ້ ພວກເຮົາໄດ້ນຳເອົາສູດກ້ວຍຈືນ ມາໃຫ້ທຸກຄົນລອງເຮັດ ຂັ້ນຕອນງ່າຍໆ ຈະເຮັດກິນດອງກໍໄດ້ ຫຼື ຈະເຮັດຂາຍສ້າງລາຍໄດ້ເສີມກໍດີ ເຮົາມາເບີ່ງສ່ວນປະສົມ ແລະ ວິທີເຮັດນຳກັນເລີຍ

ສ່ວນປະສົມ:

1 ກ້ວຍນ້ຳສຸກປະມານ 20 ໜ່ວຍ

2 ແປ້ງເຂົ້າຈ້າວ 170 ກຣາມ

3 ແປ້ງສາລີ 30 ກຣາມ

4 ແປ້ງສາລີອະເນກປະສົງ 30 ກຣາມ

5 ນ້ໍາຕານຊາຍ 75 ກຣາມ

6 ເກືອ 1/2 ບ່ວງກາເຟ

7 ໝາກພ້າວຂູດ 120 ກຣາມ

8 ງາຂາວ 20 ກຣາມ

9 ນ້ໍາປູນຂາວ 120 ກຣາມ

10 ນໍ້າເຢັນ 100 ກຣາມ

11 ນໍ້າມັນພືດ

ວິທີເຮັດ:

1 ໃສ່ແປ້ງເຂົ້າຈ້າວ ແປ້ງສາລີ ແປ້ງສາລີອະເນກປະສົງ ລົງໃນຊາມປະສົມ ຕາມດ້ວຍນໍ້າປູນໃສ ນໍ້າສະອາດ ເກືອ ນ້ຳຕານຊາຍ ຄົນໃຫ້ເຂົ້າກັນ.

2 ໃສ່ໝາກພ້າວຂູດ ຄົນໃຫ້ເຂົ້າກັນ ແລະ ໃສ່ງາຂາວ ຄົນໃຫ້ເຂົ້າກັນ

3 ນຳກ້ວຍນໍ້າມາປອກເປືອກ ຊອຍຕາມລວງຍາວເປັນສອງສ່ວນ ຫຼື ສາມສ່ວນແລ້ວແຕ່ຂະໜາດຂອງໝາກກ້ວຍ ໃສ່ລົງໃນຊາມແປ້ງ.


4 ຕັ້ງນໍ້າມັນໃຊ້ໄຟປານກາງ ເມື່ອນໍ້າມັນຮ້ອນໃຫ້ນຳກ້ວຍຄຸກກັບແປ້ງແລ້ວນຳລົງຈືນຈົນເຫຼືອງກອບແລ້ວຕັກຂຶ້ນມາໃຫ້ສະເດັດນ້ຳມັນ ສາມາດກິນໄດ້ເລີຍ.

ຮຽບຮຽງຈາກ:Naibann