ນັກທຸລະກິດອີຕາລີກົດດັນລັດເປີດໂຮງງານຫຼີກເວັ້ນຫາຍະນະເສດຖະກິດ

66

ບໍລິສັດອີຕາລີຈໍານວນຫຼາຍກໍາລັງກົດດັນລັດຖະບານໃຫ້ເປີດໂຮງງານໃນອຸດສາຫະກໍາຕ່າງໆອີກຄັ້ງເພື່ອຫຼີກເວັ້ນຫາຍະນະທາງເສດຖະກິດ.

ອີຕາລີທ່າມກາງການຕິດຕາມຈາກທົ່ວໂລກວ່າປະເທດທໍາອິດໃນເອີຣົບທີ່ໃຊ້ນະໂຍບາຍປິດປະເທດ ແລະ ມີການລະບາດຂອງໂຄວິດ-19ຮ້າຍແຮງ,ມີຄວາມປອດໄພພຽງພໍທີ່ຈະເປີດໂຮງງານເພື່ອເດີນສາຍການຜະລິດພາກອຸດສາຫະກໍາໄດ້ແລ້ວຫຼືບໍ່.

ກໍລະນີອີຕາລີເປັນກໍລະນີສຶກສາທີ່ດີ ແລະ ສະແດງໃຫ້ເຫັນເຖິງສິ່ງທີ່ຫຼາຍປະເທດກໍາລັງໂຕ້ຖຽງກັນຢູ່ໃນຂະນະນີ້ວ່າແຕ່ລະປະເທດຕ້ອງໃຊ້ມາດຕະການເຂັ້ມງວດເພື່ອປ້ອງກັນການລະບາດຂອງພະຍາດໄປອີກດົນປານໃດປານໃດເນື່ອງຈາກມາດຕະການນີ້ສ້າງຜົນກະທົບຕໍ່ເສດຖະກິດຂອງທຸກປະເທດເຮັດໃຫ້ທຸລະກິດມີບັນຫາ,ຄົນວ່າງວຽກຈໍານວນຫຼາຍ ແລະ ເສດຖະກິດໄດ້ຮັບຄວາມເສຍຫາຍ.

ອີຕາລີກໍາລັງປະເຊີນກັບພາວະກືນບໍ່ເຂົ້າຄາຍບໍ່ອອກທີ່ບໍ່ພຽງແຕ່ເປັນປະເທດທີ່ໃຊ້ມາດຕະການປິດປະເທດຍາວນານກວ່າປະເທດອື່ນໆແຖມເປັນປະເທດທີ່ມີຈໍານວນຜູ້ເສຍຊີວິດຈກາໂຄວິດ-19ຫຼາຍທີ່ສຸດໃນໂລກ,ແຕ່ພະຍາດຮ້າຍນີ້ຍັງສົ່ງຜົນກະທົບຕໍ່ສູນກາງອຸດສາຫະກໍາທາງພາກເໜືອຂອງປະເທດທີ່ສ້າງຜົນຜະລິດແກ່ເສດຖະກິດຂອງປະເທດຫຼາຍເຖິງ1/3.