ວິທີເກັບຜັກໃຫ້ສົດ​ເກັບ​ໄວ້​ກິນດົນ

99

ມື້ນີ້ເຮົາຈະພາມາຮູ້ເຄັດບໍ່ລັບໃນການເກັບຜັກ ໃຫ້ສາມາດກິນໄດ້ດົນໆ ຄົງຄວາມສົດໃນຊ່ວງນີ້ທີ່ບໍ່ມີໃຜຢາກອອກໄປນອກ, ໄປຕະຫຼາດດຸໆ ເຊິ່ງຈະມີຫຍັງແນ່, ມີວິທີແນວໃດ ເຮົາມາຮູ້ພ້ອມກັນເລີຍ:

1 ເຫັດເຂັມ ເມື່ອຊື້ມາບໍ່ຄວນລ້າງໄວ້ ເນື່ອງຈາກຈະຂ້ຳນ້ຳໄດ້ງ່າຍ ແນະນຳໃຫ້ຕັດສ່ວນຮາກຂອງມັນຖິ້ມ.
ແຍກເປັນຊຸດໆ ຫຼື ຕາມເມນູທີ່ເຮົາຈະໃຊ້ແຕ່ງໃນແຕ່ລະເທື່ອໄວ້ເລີຍ, ໃສ່ຖົງວາງເປັນແບນໆລຽນກັນໄວ້ ເວລາຈະໃຊ້ມັນກໍຈະສະດວກ, ຈາກນັ້ນກໍໄລ່ອາກາດອອກ ບໍ່ໃຫ້ມີລົມ, ແນະນຳໃຫ້ໃຊ້ຖົງຊິບ, ຮີດຊິບຈົ່ງໄວ້ນ້ອຍໜຶ່ງ ໄລ່ລົມອອກ ຈາກນັ້ນນຳໄປແຊຕູ້ເຢັນຊ້ອງແຊເຢັນໄວ້ (ອຸນນະພູມ -20).

2 ຜັກກາດຂາວ ແຍກອອກຈາກກັນ ລ້າງໃຫ້ສະອາດ ຫັ່ນເປັນທ່ອນ, ຊິດນ້ຳອອກ, ປະໃຫ້ແຫ້ງດີ, ຈັດໃສ່ຖົງຊິບ ໂດຍແບ່ງຕາມປະລິມານທີ່ເຮົາຈະໃຊ້ແຕ່ງກິນແຕ່ລະເທື່ອ, ໄລ່ອາກາດອອກ, ຈາກນັ້ນກໍນຳໄປແຊຕູ້ເຢັນທັນທີ.

3 ໝາກເຜັດ ເດັດກ້ານອອກ, ລ້າງໃຫ້ສະອາດ ຊັບນ້ຳໃຫ້ແຫ້ງດີ, ໃສ່ຖົງຊິບໄລ່ອກາດອອກ ຮີດຊິບ ແລ້ວນ້ຳໄປແຊຕູ້ເຢັນ

4 ໃບກະເພົາ ນຳມາລ້າງໃຫ້ສະອາດ, ເດັດໃບ ຊິດນ້ຳອອກໃຫ້ແຫ້ງດີ (ຖ້າບໍ່ແຫ້ງດີໃບມັນຈະດຳ), ຫໍ່ດ້ວຍເຈ້ຍທິດຊູ້ທາວເວີ້, ແລ້ວໃສ່ຖົງຊິບ, ແລ້ວນ້ຳໄປແຊແຂງໄດ້ເລີຍ.

ຜັກສົດຕ່າງໆທີ່ແຊ່ແຂງແລ້ວ ເວລານຳມາໃຊ້ ບໍ່ຕ້ອງເອົາມາລະລາຍນໍ້າ, ໃຫ້ເຮົາປຸງແຕ່ງອາຫານໄປກ່ອນໃຫ້ແລ້ວ, ຈຶ່ງນຳຜັກອອກມາຈາກຕູ້ແຊ ແລ້ວໃສ່ໝໍແບບທີ່ແຂງໆເລີຍ, ຈະເຮັດໃຫ້ຜັກສີສັນງາມ, ສົດຄືຜັກທົ່ວໄປ ໂດຍສະເພາະຜັກກາດ ແລະ ຜັກກະເບົາ.

ສ່ວນໝາກເຜັດ ເວລານຳມາໃຊ້ ກໍຕາທັງແບບແຂງໆເລີຍ ມັນຈະບໍ່ດຳບໍ່ຊ້ຳ ແຖມມີກິ່ນສົດຄືເກົ່າ ແລະ ອາດຈະເຜັດກວ່າເກົ່າເລັກນ້ອຍ ສາມາດນຳໄປປະຕິບັດແບບນີ້ໄດ້ເລີຍ ເກັບໄວ້ກິນດົນໆຊ່ວງກັກໂຕຢູ່ເຮືອນແບບນີ້.

ຂອບໃຈຂໍ້ມູນຈາກ: https://thaihitz.com/